ຟິວ ໂຟເດັ້ນ ກອງກາງດາວເດັ່ນທີມຊາດອັງກິດ ໄວ 22 ປີ ຂອງທັບເຮືອໃບ ແມນເຊັສເຕີ ຊິຕີ້ ອົດຊ່ວຍຕົ້ນສັງກັດດວນກັບ ຫົງແດງ ລີເວີພູລ ເກມພຣີເມ່ຍລີກ ວັນທີ 1 ເມສານີ້, ຍ້ອນຈຳເປັນໄດ້ເຂົ້າຜ່າຕັດໄສ້ຕິ່ງກ່ອນຊ່ວຍທີມຊາດອັງກິດ ພົບກັບ ທີມຊາດອູແກຣນ ໃນທ້າຍອາທິດຜ່ານມາ.
ໃນເດືອນເມສາທີ່ຈະມາເຖິງນີ້ ຊິຕີ້ ມີຕາຕະລາງແຂ່ງຂັນເຖິງ 8 ນັດ, ນອກຈາກເປີດບ້ານພົບກັບ ລີເວີພລູ ຍັງຈະພົບກັບ ເຊົາແທ່ມຕັນເລັສເຕີ ຊິຕີ້, ອາຣເຊນໍລ, ຟູແລ່ມ ລວມທັງເກມ ແຊ້ມປ້ຽນລີກ ຮອບ 8 ທີມສຸດທ້າຍສອງນັດກັບ ບາເຢິນ ມິວນິກ ແລະ ເກມເອັຟເອຄັບ ຮອບ 4 ທີມສຸດທ້າຍກັບ ເຊັຟຟິວ ຢູໄນເຕັດ.
ສຳລັບ ຟິວ ໂຟເດັ້ນ ລະດູການນີ້ ລົງສະໜາມຊ່ວຍ ຊິຕີ້ 36 ນັດ ຍິງ 13 ປະຕູ ລວມທຸກລາຍການ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Man city, Phil Foden