ທັອດແນ່ມ ຮັອດສະເປີ ທີມຊັ້ນນຳໃນສັງວຽນ ພຣີເມ່ຍລີກ ອັງກິດ ໄດ້ປະກາດແຍກທາງກັບ ອັນໂຕນີໂອ ຄອນເຕ້ ຜູ້ຈັດການທີມຊາວອີຕາລີ ໃນວັນທີ 26 ມີນາຜ່ານມາ, ພາຍຫລັງພາທີມຜົນງານບໍ່ສະໝໍ່າສະເໝີ ໂດຍສະເພາະນັດຫລ້າສຸດໃນເກມລີກ ບຸກໄປສະເໝີກັບ ເຊົາແທ່ມຕັນ ທີມທ້າຍຕາຕະລາງ 3-3 ທັ້ງໆທີ່ນຳກ່ອນ 3-1, ເຊິ່ງຫລັງເກມນີ້ ຄອນເຕ້ ໃຫ້ສຳພາດລັກສະນະຖິ້ມໂທດໃສ່ຜູ້ບໍລິຫານ ແລະ ນັກກິລາ ເຮັດໃຫ້ຜູ້ບໍລິຫານ, ນັກກິລາ ແລະ ແຟນບານ ບໍ່ພໍໃຈ ສຸດທ້າຍຈົບດ້ວຍການແຍກທາງ ເຖິງວ່າສັນຍາຍັງເຫລືອກໍຕາມ ໂດຍ ຄອນເຕ້ ໄດ້ຮັບເງິນຊົດເຊີຍປະມານ 4 ລ້ານປອນ.
ປະຈຸບັນ ສະເປີ ແຕ່ງຕັ້ງ ຄຣິສຕຽນ ສະເຕວລີນີ້ ຄູຝຶກຊາວອີຕາລີ ຮ່ວມກັບ ໄຣອັ້ນ ເມສັນ ອະດີດກອງກາງຂອງທີມ ຄຸມທີມຊົ່ວຄາວ ກ່ອນແຕ່ງຕັ້ງຜູ້ຈັດການທີມໃໝ່.
ສຳລັບ ຄອນເຕ້ ເຂົ້າມາຄຸມ ສະເປີ ໃນຕົ້ນເດືອນພະຈິກ ປີ 2021 ຄຸມທີມທັງໝົດ 76 ນັດ, ຊະນະ 41 ສະເໝີ 12 ເສຍ 23 ນັດ ສະເລ່ຍໂອກາດຊະນະຕໍ່ນັດ 53.95% ຜົນງານຂອງ ສະເປີ ລະດູການນີ້ ເກມລີກ 28 ນັດ ຊະນະ 15 ສະເໝີ 4 ເສຍ 9 ຢູ່ອັນດັບ 4 ມີ 49 ຄະແນນ, ນຳ ນິວຄາສເຊິນ ອັນດັບຫ້າ 2 ຄະແນນ ແລະ ແຂ່ງຫລາຍກວ່າ 2 ນັດ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Spur