ແຮຣີ້ ເຄນ ສູນໜ້າທີມຊາດອັງກິດ ໄວ 29 ປີ ຈາກສະໂມສອນ ທັອດແນ່ມ ຮັອດສະເປີ ຍິງໜຶ່ງປະຕູ ຊ່ວຍທັບສາມພະຍາສິງ ຮອງແຊ້ມຄັ້ງຜ່ານມາ ເປີດບ້ານຊະນະ ທີມຊາດອູແກຣນ 2-0 ຢູໂຣ 2024 ຮອບຄັດເລືອກ ກຸ່ມ C ນັດທີສອງ ຄືນວັນທີ 26 ມີນາຜ່ານມາ ທີ່ສະໜາມເວັມບລີ້ ກາຍເປັນປະຕູທີ 54 ຈາກການລົງຫລິ້ນ 82 ນັດ, ອີກໜຶ່ງໃນປະຕູໃນນັດນີ້ ໄດ້ຈາກ ບູກາໂຢ້ ຊາກ້າ ປີກຈາກອາຣເຊນໍລ.
+ ອັງກິດ ຍັງບໍ່ເສຍໃຫ້ ອູແກຣນ ໃນບ້ານ ເກັບ 6 ຄະແນນເຕັມ ສອງນັດທຳອິດ ຢູໂຣ 2024 ຮອບຄັດເລືອກ ກຸ່ມ C.
ຂະນະທີ່ ທີມຊາດອີຕາລີ ແຊ້ມເກົ່າບຸກຊະນະ ມາວຕ້າ 2-0, ກຸ່ມ H ຄູ່ທີ່ໜ້າສົນໃຈ ຄາຊັກສະຖານ ແຊງຊະນະ ດານມາກ 3-2.
ສຳລັບຄືນນີ້ (27 ມີນາ 2023) ຈະມີແຂ່ງຂັນ 6 ຄູ່, ຄູ່ທີ່ໜ້າສົນໃຈ: ກຸ່ມ B: ໂຮນລັງ ພົບ ຈີບາວຕ້າ ແລະ ອຽກລັງ ພົບ ຝຣັ່ງ ແຂ່ງພ້ອມກັນເວລາ 1:45.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: England football team