ໂຣນາວໂດ້ ເພີ່ມສະຖິຕິໂລກ ລົງຫລິ້ນໃຫ້ທີມຊາດຫລາຍສຸດ ແລະ ຍິງປະຕູໃຫ້ທີມຊາດຫລາຍສຸດ!

ຄຣິສເຕຍໂນ້ ໂຣນາວໂດ້ ສູນໜ້າກັບຕັນທີມຊາດໂປຕູເກດ (ປັອກຕຸຍການ) ໄວ 38 ປີ ເພີ່ມສະຖິຕິໂລກ ລົງຫລິ້ນໃຫ້ທີມຊາດຫລາຍສຸດລວມ 198 ນັດ ແລະ ຍິງປະຕູໃຫ້ທີມຊາດຫລາຍສຸດ 122 ປະຕູ ພາຍຫລັງນັດຫລ້າສຸດ ຢູໂຣ 2024 ຮອບຄັດເລືອກ ກຸ່ມ J ນັດທີສອງ ຄືນວັນທີ 26 ມີນາຜ່ານມາ ລົງຫລິ້ນນັດທີ 198 ແລະ ຍິງອີກສອງປະຕູ ຊ່ວຍຊາດບ້ານເກີດ ບຸກຖະຫລົ່ມ ທີມຊາດລັກແຊມເບີກ (ລຸກຊຳບວກ) 6-0 ພ້ອມກັນນີ້ ໂຣນາວໂດ້ ຍັງເພີ່ມສະຖິຕິຍິງປະຕູໃນ ຢູໂຣ ຮອບຄັດເລືອກຫລາຍສຸດ ເປັນປະຕູທີ 35 ຈາກການລົງຫລິ້ນ 37 ນັດ.

CR7 ພາທີມຊາດປັອກຕຸຍການ ຄວ້າໄຊສອງນັດລວດ ແບບບໍ່ເສຍປະຕູ ການຄັດເລືອກ ຢູໂຣ 2024 ສອງນັດທຳອິດຂອງ ກຸ່ມ J ໃນທ້າຍເດືອນມີນານີ້.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Seleções de Portugal

Leave a Reply

Your email address will not be published. Required fields are marked *