U-17 ປີຊາຍ ທີມຊາດລາວ ກຽມພົບງານໜັກ ຖືກວາງຢູ່ໂຖທີ 4 ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ (U-17) ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ທີ່ປະເທດໄທ ເປັນເຈົ້າພາບ ໃນລະຫວ່າງວັນທີ 5 ມິຖຸນາ –2 ກໍລະກົດທີ່ຈະມາເຖິງນີ້ ໂຖທີ 4 ນອກຈາກມີທີມຊາດລາວ ຍັງມີທີມຊາດຈີນ, ອຸສເບກິສຖານ ແລະ ກາຕ້າ ອີງຕາມຜົນງານການເຂົ້າຮ່ວມແຂ່ງຂັນ.
ສ່ວນ ໂຖທີ 1 ທີມວາງ ປະກອບມີ: ເຈົ້າພາບ ໄທ, ຍີ່ປຸ່ນ ແຊ້ມເກົ່າ, ທາຈີກິສຖານ ຮອງແຊ້ມ ແລະ ສາທາລະນະລັດເກົາຫລີ, ໂຖທີ 2 ມີ: ອົດສະຕຣາລີ, ອິນເດຍ, ອີຣານ, ເຢເມັນ, ໂຖທີ 3 ມີ: ມາເລເຊຍ, ຫວຽດນາມ, ອັຟການິສຖານ ແລະ ຊາອຸດິ ອາຣາເບຍ, ຈະຈັບສະຫລາກແບ່ງສາຍໃນວັນທີ 30 ມີນານີ້ ທີ່ນະຄອນຫລວງບາງກອກ ປະເທດໄທ.
ສຳລັບ ເຕະບານຊາຍ ທີມຊາດລາວ U-17 ປີ ເຂົ້າມາແຂ່ງຂັນຮອບສຸດທ້າຍຄັ້ງນີ້ ຜ່ານການຄັດເລືອກເປັນອັນດັບສອງດີທີ່ສຸດທີມທີ 6 ຄັດເລືອກຢູ່ ກຸ່ມ I ທີ່ປະເທດກີກິສຖານ ຊະນະ 2 ເສຍ 1 ມີ 6 ຄະແນນ ເຂົ້າຮອບສຸດທ້າຍເປັນຄັ້ງທີ 3 ຕໍ່ຈາກປີ 2004 ທີ່ຍີ່ປຸ່ນ ແລະ ປີ 2012 ທີ່ອີຣານ ເຊິ່ງສອງຄັ້ງຜ່ານມາ U-17 ປີຊາຍ ທີມຊາດລາວ ບໍ່ເຄີຍຜ່ານຮອບແບ່ງກຸ່ມ.
ສຳລັບ ການແຂ່ງຂັນ 16 ທີມ ໃນຮອບສຸດທ້າຍ ແບ່ງອອກເປັນ 4 ກຸ່ມ, ກຸ່ມລະ 4 ທີມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1, ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍຕໍ່ໄປ. ທີມທີ່ເຂົ້າຮອບ 4 ທີມສຸດທ້າຍຄັ້ງນີ້ ຈະໄດ້ເປັນຕົວແທນທະວີບອາຊີ ໄປແຂ່ງຂັນ U-17 ປີ ຊິງແຊ້ມໂລກ ໃນລະຫວ່າງວັນ 10 ພະຈິກ – 2 ທັນວາ 2023 ທີ່ປະເທດເປຣູ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Lao ff, Laopost