ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U-20) ຊິງແຊ້ມໂລກ2023 ຮອບສຸດທ້າຍ ທີ່ປະເທດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ ຄັ້ງທຳອິດ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 20 ພຶດສະພາ – 11 ມິຖຸນາປີນີ້, ປະຈຸບັນ ສຳເລັດການຄັດເລືອກທຸກຂົງເຂດຮຽບຮ້ອຍ ລວມມີ 24 ທີມໃນຮອບສຸດທ້າຍ.
+ ຂົງເຂດອາຊີ ໄດ້ໂຄຕ້າ 4 ທີມຄື: ອຸສເບກິສຖານ ທີມແຊ້ມ U-20 ອາຊີປີນີ້, ອີຣັກ ຮອງແຊ້ມ, ຍີ່ປຸ່ນ ແລະ ສາທາລະນະລັດເກົາຫລີ ທີສາມຮ່ວມ, ບວກກັບ ອິນໂດເນເຊຍ ອີກໜຶ່ງທີມ ທີ່ໄດ້ສິດທິພິເສດໃນນາມເຈົ້າພາບ ເປັນ 5 ທີມ.
+ ທະວີບອາຟຣິກາ ໄດ້ 4 ໂຄຕ້າຄື: ເຊເນການ ທີມແຊ້ມທະວີບອາຟຣິກາ, ກຳບີ້ ຮອງແຊ້ມ, ນິເຊຣີ ທີສາມ ແລະ ຕູນີຊີ້ ທີ 4.
+ ຂົງເຂດຄອນຄາເຄັຟ ໄດ້ 4 ໂຄຕ້າຄື: ສະຫະລັດ ອາເມຣິກາ ທີມແຊ້ມ, ສາທາລະນະລັດ ໂດມີນີກັນ ຮອງແຊ້ມ ແລະ ເປັນນ້ອງໃໝ່ໃນ ບານໂລກ U-20 ຄັ້ງນີ້, ອີກສອງທີມແມ່ນ ຮົງດູຣັສ ແລະ ກົວເຕມາລາ ອັນດັບສາມຮ່ວມຂອງທະວີບ.
+ ຂົງເຂດອາເມຣິກາໃຕ້ ກໍໄດ້ 4 ໂຄຕ້າຄື: ເບຣຊິນ ທີມແຊ້ມ, ອູຣູໄກວ ຮອງແຊ້ມ, ໂຄລົມບີ ທີສາມ ແລະ ເອກົວດໍຣ ທີ 4.
+ ຂົງເຂດໂອເຊອານີ ໄດ້ 2 ໂຄຕ້າຄື: ນູແວນເຊລັງ ທີມແຊ້ມ ແລະ ຟິຈິ ຮອງແຊ້ມ.
+ ຂົງເຂດເອີຣົບ ໄດ້ 5 ໂຄຕ້າຄື: ອັງກິດ ທີມແຊ້ມ, ອິດສະຣາແອນ ຮອງແຊ້ມ, ຝຣັ່ງ, ອີຕາລີ ແລະ ສະໂລວັກ, ສ່ວນ ອູແກຣນ ແຊ້ມໂລກ U-20 ຄັ້ງຜ່ານມາ ບໍ່ຜ່ານການຄັດເລືອກ.
ປະຈຸບັນ ໄດ້ແບ່ງໂຖທີມວາງຮຽບຮ້ອຍແລ້ວ ໂຖທີ 1 ປະກອບມີ: ເຈົ້າພາບ ອິນໂດເນເຊຍ, ອູຣູໄກວ, ສະຫະລັດ ອາເມຣິກາ, ຝຣັ່ງ, ເຊເນການ ແລະ ອີຕາລີ, ໂຖທີ 2 ມີ: ອັງກິດ, ສາທາລະນະລັດເກົາຫລີ, ນູແວນເຊລັງ, ເບຣຊິນ, ໂຄລົມບີ, ເອກົວດໍຣ, ໂຖທີ 3 ມີ: ນິເຊຣີ, ອຸສເບກິສຖານ, ຍີ່ປຸ່ນ, ອີຣັກ, ຮົງດູຣັສ, ຟິຈິ ແລະ ໂຖທີ 4 ປະກອບມີ: ກົວເຕມາລາ, ສາທາລະນະລັດ ໂດມີນີກັນ, ກຳບີ້, ອິດສະຣາແອນ, ສະໂລວັກ ແລະ ຕູນີຊີ້. ຈະຈັບສະຫລາກແບ່ງສາຍໃນວັນທີ 31 ມີນານີ້ ທີ່ບາລີ ປະເທດອິນໂດເນເຊຍ.
ການແຂ່ງຂັນ 24 ທີມ ແບ່ງອອກເປັນ 6 ກຸ່ມ, ກຸ່ມລະ 4 ທີມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1, ທີ 2 ຂອງແຕ່ລະກຸ່ມ ບວກກັບທີ 3 ດີສຸດ 4 ທີມຈາກ 6 ກຸ່ມ ເຂົ້າຮອບນັອກເອົ້າ 16 ທີມສຸດທ້າຍຕໍ່ໄປ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌