ທາເຄຮິໂຣະ ໂທມິຢາສຶ ກອງຫລັງສາຍເລືອດຊາມູໄຣຂອງທັບປືນໃຫຍ່ ອາຣເຊນໍລ ໂຊກຮ້າຍ ເຈັບຫົວເຂົ່າ ອົດຊ່ວຍຕົ້ນສັງກັດຈົນຈົບລະດູການນີ້, ໂທມິຢາສຶ ໄວ 24 ປີ ເຈັບຈາກເກມ ຢູໂຣປ້າລີກ ຮອບ 16 ທີມສຸດທ້າຍ ນັດທີສອງ ທີ່ເດີກັນເນີ້ ເປີດບ້ານເສຍໃຫ້ ສະປອດຕິ້ງ ລິສບ້ອນ ດ້ວຍການດວນຈຸດໂທດ 3-5 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 1-1.
ໂທມິຢາສຶ ໄດ້ເຂົ່າຜ່າຕັດຫົວເຂົ່າຂວາ ແລະ ຕ້ອງພັກຮັກສາຮ່າງກາຍຈົນຈົບລະດູການນີ້, ໂທມິຢາສຶ ຍ້າຍຈາກ ໂບໂລນຢ້າ ມາຢູ່ກັບ ອາຣເຊນໍລ ໃນທ້າຍເດືອນສິງຫາ ປີ 2021 ລົງສະໜາມຊ່ວຍທີມທັງໝົດ 53 ນັດລວມທຸກລາຍການ ຍັງຍິງປະຕູບໍ່ໄດ້, ສະເພາະລະດູການນີ້ ລົງຫລິ້ນ 31 ນັດ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Asenal