ໂບຢານ ເຄີກິກ ອະດີດເດັກປັ້ນ ບາຣຊ້າ ປະກາດອຳລາອາຊີບແລ້ວ!

ໂບຢານ ເຄີກິກ ອະດີດປີກ ແລະ ກອງໜ້າ ສະໂມສອນ ບາຣເຊໂລນ້າ ໄດ້ປະກາດອຳລາອາຊີບແລ້ວໃນວັນທີ 23 ມີນາຜ່ານມາ ໃນໄວພຽງ 32 ປີ, ຍ້ອນມີອາການບາດເຈັບລົບກວນຕໍ່ເນື່ອງ ບວກກັບຕ້ອງມີເວລາໃຫ້ຄອບຄົວຫລາຍຂຶ້ນ ຈຶ່ງເຮັດໃຫ້ອະດີດເດັກປັ້ນຂອງ ບາຣຊ້າ ໂບກມືລາອາຊີບນີ້.

ໂບຢານ ເຄີກິກ ເຕີບໃຫຍ່ມາຈາກອາຄາເດມີ້ຂອງ ບາຣຊ້າ ແລະ ກ້າວຂຶ້ນທີມຊຸດໃຫຍ່ໃນປີ 2007 ລົງຫລິ້ນ 163 ນັດ ຍິງ 41 ປະຕູ, ຊ່ວຍທີມໄດ້ແຊ້ມ ລາລີກ້າ 3 ສະໄໝຕິດຕໍ່ກັນ, ຢູຟ້າ ແຊ້ມປ້ຽນລີກ ແລະ ຊຸບເປີຄັບ ແອັສປາຍ ຢ່າງລະ 2 ສະໄໝ, ແຊ້ມ ໂຄປ້າ ເດວເຣ, ແຊ້ມ ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະໜຶ່ງສະໄໝ. ຈາກນັ້ນ ຍ້າຍໄປຢູ່ກັບ ໂຣມ້າ, ເອຊີ ມິລານ, ອາແຈັກ, ສະໂຕ໊ກ ຊິຕີ້, ມາຍ 05, ເດປໍຕິໂວ້ ອາລາເບັສ, ລວມທັງ ມອນເທໂອ ອິມແພັກ ໃນເມເຈີລີກ ຊັອກເກີ ຂອງອາເມຣິກາ ແລະ ປິດທ້າຍອາຊີບກັບ ວິສເຊວ ໂກເບະ ໃນເຈລີກຂອງຍີ່ປຸ່ນ, ລວມແລ້ວລົງຫລິ້ນທັງໝົດ 433 ນັດ ຍິງ 93 ປະຕູ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Bojan Krkic

Leave a Reply

Your email address will not be published. Required fields are marked *