ວິນເນີ ຫລວງພະບາງ ພິຊິດ 5 ຫລຽນຄຳ ຄວ້າອັນດັບ 1 ການແຂ່ງຂັນດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ 2022

ສະໂມສອນດອກປີກໄກ່ ວິນເນີ ຫລວງພະບາງ ຍາດໄດ້ 5 ຫລຽນຄຳ 1 ຫລຽນເງິນ ແລະ 4 ຫລຽນທອງ ຄວ້າຂັນຊະນະເລີດ ການແຂ່ງຂັນດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ 2022 ໃນລະຫວ່າງວັນທີ 1-4 ກັນຍາຜ່ານມາ ທີ່ສະໂມສອນດອກປີກໄກ່ເສດຖາ ສະໜາມກິລາບຶງຂະຫຍອງ ນະຄອນຫລວງວຽງຈັນ.

5 ຫລຽນຄຳ ໄດ້ຈາກປະເພດຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 12 ປີ, ຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 15 ປີ, ຄູ່ຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ, ຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 18 ປີ ແລະ ຄູ່ຊາຍ ຮຸ່ນອາຍຸບໍ່ເກີນ 18 ປີ, 1 ຫລຽນເງິນ ໄດ້ຈາກປະເພດຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 18 ປີ ແລະ 4 ຫລຽນທອງ ໄດ້ຈາກປະເພດຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 15 ປີ, ຄູ່ຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ 2 ຫລຽນ ແລະ ຄູ່ປະສົມ ຮຸ່ນອາຍຸບໍ່ເກີນ 18 ປີ.

ທີ 2 ເປັນຂອງສະໂມສອນ ແລັບດັອກ (LABDORK) ໄດ້ 3 ຫລຽນຄຳ 3 ຫລຽນເງິນ ແລະ 2 ຫລຽນທອງ, ທີ 3 ສະໂມສອນ ກັບຕັນ ໄດ້ 1 ຫລຽນຄຳ 3 ຫລຽນເງິນ 4 ຫລຽນທອງ, ທີ 4 ສະໂມສອນ ເຈມບອນ ໄດ້ 1 ຫລຽນຄຳ 3 ຫລຽນທອງ, ທີ 5 ກຸ່ມ ບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ໄດ້ 1 ຫລຽນຄຳ 1 ຫລຽນທອງ.

ການແຂ່ງຂັນກິລາດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດຄັ້ງນີ້ ໄດ້ຮັບການສະໜັບສະໜູນຫລັກໂດຍ ບໍລິສັດ ເບຍລາວ ຈຳກັດ ເຊິ່ງເປັນພັນທະມິດທີ່ໃຫ້ການຊ່ວຍເຫລືອສະຫະພັນດອກປີກໄກ່ລາວຕະຫລອດມາ ທັງນີ້ ກໍເພື່ອສ້າງຂະບວນການສະເຫລີມສະຫລອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ ພ້ອມກັນນີ້ ກໍເປັນການສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ພາຍໃນປະເທດໃຫ້ມີຄວາມຟົດຟື້ນ, ເປີດໂອກາດໃຫ້ນັກກິລາໄດ້ທົດສອບສີມື, ທັກສະ, ຄວາມສາມາດ ແລະ ຄັດເລືອກນັກກິລາດີເດັ່ນເປັນນັກກິລາທີມຊາດໃນແຕ່ລະຮຸ່ນອາຍຸ ນອກຈາກນີ້ ກໍເປັນການກຽມຄວາມພ້ອມສູ່ງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໃນທ້າຍປີນີ້.

ການແຂ່ງຂັນເທື່ອນີ້ ມີນັກກິລາເຂົ້າຮ່ວມ 354 ຄົນ, ຍິງ 25 ຄົນ ເພີ່ມຂຶ້ນຈາກຄັ້ງຜ່ານມາ 10% ໂດຍມີທັງໝົດ 33 ພາກສ່ວນເຂົ້າຮ່ວມທີ່ມາຈາກບັນດາສະໂມສອນຕ່າງໆໃນທົ່ວປະເທດ ໃນນີ້ມີແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ຫົວພັນ, ອຸດົມໄຊ, ຫລວງພະບາງ, ບໍ່ແກ້ວ ແລະ ນະຄອນຫລວງວຽງຈັນ ຊິງໄຊທັງໝົກ 11 ລາຍການ: ຮຸ່ນອາຍຸບໍ່ເກີນ 12 ປີ, 15 ປີ, 18 ປີ ແລະ ປະເພດທົ່ວໄປ.

ໃຫ້ກຽດມອບລາງວັນໂດຍ: ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ປະທານສະຫະພັນດອກປີກໄກ່ແຫ່ງຊາດ, ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ຜູ້ໃຫ້ການສະໜັບສະໜູນ.

Photo: ໜັງສືພິມວຽງຈັນໃໝ່

Leave a Reply

Your email address will not be published. Required fields are marked *