ສະຫະພັນບານເຕະເອີຣົບ ຫລື ຢູຟ້າ ໄດ້ແຕ່ງຕັ້ງຄະນະກຳມະການຊຸດພິເສດກວດສອບຄະດີຂອງ ບາຣເຊໂລນ້າ ສະໂມສອນຍັກໃຫຍ່ແຫ່ງ ລາລີກ້າ ແອັສປາຍ ທີ່ຈ່າຍເງິນໃຫ້ບໍລິສັດຂອງ ໂຊເຊ່ ມາເຣຍ ເອັນຣີເກັຊ ເນເກຍຣ້າ ໃນໄລຍະທີ່ ເນເກຍຣ້າ ເປັນຮອງປະທານກຳມະການຜູ້ຕັດສິນຂອງບານເຕະແອັສປາຍ ຈຳນວນ 7.3 ລ້ານເອີໂຣ ໃນລະຫວ່າງປີ 2001-2018 ເຮັດໃຫ້ຜູ້ບໍລິຫານຂອງ ລາລີກ້າ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງແອັສປາຍ ຮ້ອງຟ້ອງຕໍ່ກັບບັນຫານີ້ ເຖິງເຈົ້າໜ້າທີ່ທາງກົດໝາຍ ລວມທັງ ຊານໂດຣ ໂຣເຊວ ແລະ ໂຈເຊ່ ມາເຣຍ ບາໂຕເມວ ອະດີດປະທານສະໂມສອນ ບາຣເຊໂລນ້າ.
ສະຫະພັນບານເຕະເອີຣົບ ໄດ້ຮັບຮູ້ບັນຫານີ້ແລ້ວ ແລະ ຈະກວດສອບບັນຫານີ້ ຢ່າງຖີຖ້ວນ ຫາກ ບາຣຊ້າ ຜິດແທ້ ອາດຖືກສັ່ງຫ້າມເຂົ້າຮ່ວມບານລະດັບເອີຣົບ ເປັນເວລາ 12 ເດືອນ ຕາມກົດລະບຽບທີ່ຂຽນໄວ້ໃນເດືອນເມສາ ປີ 2007. ຫລ້າສຸດ ໄອຍະການ ໄດ້ລາຍງານຜົນສືບສວນໃຫ້ຊາບວ່າ: ບໍ່ພົບຂໍ້ມູນຫລັກຖານວ່າ: ບາຣຊ້າ ຈ່າຍເງິນເພື່ອຕິດສິນບົນໃຫ້ຜູ້ຕັດສິນໃນສະໜາມ ແລະ ກໍຍັງບໍ່ມີຫລັກຖານວ່າ: ເງິນທີ່ ບາຣຊ້າ ຈ່າຍໄປ 7.3 ລ້ານເອີໂຣ ມີຈຸດປະສົງເພື່ອຫຍັງ ອາດເປັນໄປໄດ້ກະທຳຜິດກົດໝາຍດ້ານອື່ນແທນ.
ປະຈຸບັນ ຟອມດີສົມຄວນໃນ ລາລີກ້າ ລະດູການນີ້ ເປັນທີມນຳຢ່າງໜຽວແໜ້ນ ລົງຫລິ້ນ 26 ນັດ ຊະນະ 22 ສະເໝີ 2 ເສຍ 2 ມີ 68 ຄະແນນ ນຳອັນດັບສອງ ຣຽວ ມາດຣິດ ແຊ້ມເກົ່າເຖິງ 12 ຄະແນນ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Barcelona