ແອນດີ້ ເມເຣ່ ຕົກຮອບທຳອິດ ເທັນນິສ Miami Open 2023 ສ່ວນ ຣີບາກີນ້າ ຟອມດີຕໍ່ເນື່ອງ ເຂົ້າຮອບ 3

ການແຂ່ງຂັນເທັນນິສ ມາສເຕີ 1000 ລາຍການ Miami Open 2023 ທີ່ Miami Gardens ລັດ Florida, ສະຫະລັດ ອາເມຣິກາ ໃນວັນທີ 21 ມີນາ – ວັນທີ 2 ເມສານີ້ ຊິງເງິນລາງວັນລວມ 8 ລ້ານ 8 ແສນ ໂດລ່າສະຫະລັດ.

ແອນດີ້ ເມເຣ່ ອະດີດນັກເທັນນິສ ມື 1 ຂອງໂລກ ຈາກສະຫະຣາຊອານາຈັກ ໄວ 35 ປີ ອະດີດແຊ້ມລາຍການນີ້ 2 ສະໄໝ ພາດທ່າຕົກຮອບທຳອິດ ເສຍໃຫ້ ດູຊານ ລາໂຢວິກ ຈາກແຊັກບີ້ ມື 76 ຂອງໂລກ 0-2 ເຊັດ: 4-7, 5-7.

ຂະນະທີ່ ເອເລນ້າ ຣີບາກີນ້າ ມື 7 ຂອງໂລກ ຈາກຄາຊັກສະຖານ ທີ່ໄດ້ແຊ້ມ Indian Wells Masters ອາທິດຜ່ານມາ ຍັງຜົນງານດີຕໍ່ເນື່ອງ ຊະນະ ແອນນາ ຄາລິນສະກາຢ້າ ອັນດັບ 64 ຂອງໂລກ 2-1 ເຊັດ: 7-5, 4-6, 6-3 ເຂົ້າຮອບ 3 ໄປພົບກັບ ພໍລ້າ ບາໂດຊ້າ ມື 21 ຂອງລາຍການ ຈາກແອັສປາຍ ທີ່ເອົາຊະນະ ລໍລ້າ ຊີເກມຸນ ຈາກເຢຍລະມັນ 2-1 ເຊັດ.

ຂະນະທີ່ ເຈັສຊີກ້າ ເປກູລ້າ ມື 3 ຈາກເຈົ້າພາບ ຜ່ານໄດ້ ເຊັ່ນດຽວກັບ ໂກໂກ້ ກັອຟ ມື 6 ດາວເດັ່ນຈາກເຈົ້າພາບ ລວມທັງ ວິກຕໍເຣຍ ອາຊາເລັນກ້າ ຈາກເບລາຣຸສ ແລະ ເຢເລນ້າ ອັອສຕາເປັນໂກ້ ຈາກລັດວີ້.

Leave a Reply

Your email address will not be published. Required fields are marked *