ແຮຣີ້ ເຄນ ສູນໜ້າທີມຊາດອັງກິດ ໄວ 29 ປີ ຍິງໜຶ່ງປະຕູ ຊ່ວຍທັບສາມພະຍາສິງ ບຸກຊະນະ ທີມຊາດອີຕາລີ 2-1 ຢູໂຣ 2024 ຮອບຄັດເລືອກ ກຸ່ມ C ນັດທຳອິດ ໃນຄືນວັນທີ 23 ມີນາຜ່ານມາ, ພ້ອມສ້າງສະຖິຕິຍິງປະຕູໃຫ້ທີມຊາດອັງກິດຫລາຍສຸດ 54 ໜ່ວຍ ຈາກການລົງຫລິ້ນ 81 ນັດ ທຳລາຍສະຖິຕິຂອງ ເວນ ຣູນີ້ ທີ່ສ້າງໄວ້ 53 ປະຕູ ຈາກ 120 ນັດໃນປີ 2016.
+ ເຄນ ພາທີມຊາດອັງກິດ ບຸກຊະນະທັບອັຊຊູຣີ້ ຢູ່ອີຕາລີ ຄັ້ງທຳອິດໃນຮອບ 62 ປີ ຕໍ່ຈາກປີ 1961
ນັດຕໍ່ໄປ ແຮຣີ້ ເຄນ ຈະພາທີມຊາດອັງກິດ ເປີດສະໜາມເວັມບລີ້ ດວນກັບ ທີມຊາດຢູເຄຣນ (ອູແກຣນ) ຄືນວັນທີ 26 ມີນານີ້ ຢູໂຣ 2024 ຮອບຄັດເລືອກ ກຸ່ມ C ນັດທີສອງ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: England