ໂຣນາວໂດ້ ສ້າງອີກໜຶ່ງສະຖິຕິໂລກ ລົງຫລິ້ນໃຫ້ທີມຊາດຫລາຍສຸດ 197 ນັດ!!

ຄຣິສເຕຍໂນ້ ໂຣນາວໂດ້ ສູນໜ້າກັບຕັນທີມຊາດໂປຕູເກດ (ປັອກຕຸຍການ) ໄວ 38 ປີ ສ້າງອີກໜຶ່ງສະຖິຕິໂລກ ລົງຫລິ້ນໃຫ້ທີມຊາດຫລາຍສຸດລວມ 197 ນັດ ພ້ອມກັບຍິງອີກສອງປະຕູ ຊ່ວຍຊາດບ້ານເກີດເປີດບ້ານຖະຫລົ່ມ ລິດເທິນສະຕາຍ 4-0 ຢູໂຣ 2024 ຮອບຄັດເລືອກ ກຸ່ມ J ນັດທຳອິດ ໃນຄືນວັນທີ 23 ມີນາຜ່ານມາ.

ໂຣນາວໂດ້ ທຳລາຍສະຖິຕິຂອງ Bader Al-Mutawa ສູນໜ້າທີມຊາດຄູເວດ ຈາກສະໂມສອນດຽວກັນ ອາວ ນາສເຊີ ທີ່ຮັບໃຊ້ທີມຊາດ 196 ນັດ, ເຊິ່ງຜົນງານຂອງ CR7 ກັບສັງກັດໃໝ່ໃນຊາອຸດິອາຣາເບຍ ກໍບໍ່ທຳມະດາ ຍິງ 9 ປະຕູ ຈາກການລົງຫລິ້ນ 10 ນັດ ພ້ອມກັບຍິງ 2 ແຮັດທຣິກ.

ຂະນະນີ້ ຄຣິສເຕຍໂນ້ ໂຣນາວໂດ້ ໄດ້ສ້າງປະຫວັດສາດໃນວົງການບານເຕະສາກົນຫລາຍຢ່າງທີ່ໜ້າສົນໃຈເປັນຕົ້ນ:

+ ຍິງປະຕູໃຫ້ທີມຊາດຫລາຍສຸດ 120 ໜ່ວຍ.

+ ຍິງປະຕູໃຫ້ທີມຊາດຫລາຍສຸດຈາກການລົງຫລິ້ນພາຍໃນ 100 ນັດ.

+ ລົງຫລິ້ນໃຫ້ທີມຊາດຫລາຍສຸດ 197 ນັດ.

+ ນັກເຕະບານຄົນທຳອິດ ຍິງ 10 ແຮັດທຣິກໃນນາມທີມຊາດ.

+ ຍິງປະຕູໃນ ຢູໂຣ ຮອບສຸດທ້າຍຫລາຍສຸດ 14 ປະຕູ.

+ ລົງຫລິ້ນໃນ ຢູໂຣ ຮອບສຸດທ້າຍຫລາຍສຸດ 5 ຄັ້ງ.

+ ຍິງປະຕູໃນ ຢູໂຣ ແລະ ບານໂລກ ລວມກັນຫລາຍສຸດ 22 ປະຕູ.

+ ຍິງປະຕູໃນ ຢູຟ້າ ແຊ້ມປ້ຽນລີກ ຫລາຍສຸດ 140 ໜ່ວຍ.

+ ລົງຫລິ້ນໃນ ຢູຟ້າ ແຊ້ມປ້ຽນລີກ ຫລາຍສຸດ 183 ນັດ.

+ ໄດ້ແຊ້ມ ຢູຟ້າ ແຊ້ມປ້ຽນລີກ ຫລາຍສຸດ 5 ສະໄໝ.

+ ເປັນນັກເຕະບານຜູ້ດຽວ ທີ່ຍິງປະຕູໄດ້ໃນຮອບຊິງ ຢູຟ້າ ແຊ້ມປ້ຽນລີກ 3 ລະດູການຕິດຕໍ່ກັນ.

+ ເປັນນັກເຕະບານຄົນທຳອິດ ຍິງໄດ້ຫລັກ 800 ປະຕູ ໃນນາມສະໂມສອນ ແລະ ທີມຊາດ.

ນັດຕໍ່ໄປ ໂຣນາວໂດ້ ຈະຊ່ວຍທີມຊາດປັອກຕຸຍການ ໄປຢາມ ທີມຊາດລັກແຊມເບີກ (ລຸກຊຳບວກ) ຢູໂຣ 2024 ຮອບຄັດເລືອກ ກຸ່ມ J ນັດທີສອງ ໃນຄືນວັນທີ 26 ມີນາທີ່ຈະມາເຖິງນີ້.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd

Photo: Seleções de Portugal

Leave a Reply

Your email address will not be published. Required fields are marked *