ໂຮງຮຽນ ມັດທະຍົມສົມບູນ ທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດພິທີເປີດການແຂ່ງຂັນກິລາ-ສີລະປະ ຄັ້ງທີ 4 ສົກຮຽນ 2022-23 ໃນວັນທີ 23 ມີນາ 2023 ທີ່ສະໂມສອນຂອງໂຮງຮຽນ, ເຂົ້າຮ່ວມມີ ທ່ານ ດວງປະດິດ ພົນຫາລາດ ກຳມະການພັກເມືອງ ຮອງຫົວໜ້າຫ້ອງການກະສິກຳເມືອງ ເລຂາຄະນະພັກຮາກຖານກຸ່ມທ່າງ່ອນ, ທ່ານ ຄຳຄູນ ອາດສະນາຈັນ ຮອງຫົວຫນ້າຫ້ອງການສຶກສາທິການເມືອງໄຊທານີ ພ້ອມດ້ວຍຄະນະອຳນວຍການ ມສ ທ່າງ່ອນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ພິທີເລີ່ມຕົ້ນດ້ວຍການແຫ່ຂະບວນຂອງນ້ອງນັກຮຽນເຍົາວະຊົນ-ຊາວໜຸ່ມ, ນັກກິລາແຕ່ລະພາກສ່ວນ ພ້ອມທັງຂະບວນການສະແດງສີລະປະ ແລະ ກອງເຊຍຂອງນ້ອງນັກຮຽນຢ່າງເປັນຂະບວນຟົດຟື້ນ, ຈຸດປະສົງຂອງການຈັດການແຂ່ງຂັນກິລາ-ສິລະປະຄັ້ງນີ້ ແມ່ນເພື່ອໂອກາດໃຫ້ນັກຮຽນໄດ້ສະແດງພອນສະຫວັນຂອງຕົນ, ມີທັກສະຄວາມຮູ້, ຄວາມສາມາດ ໃນການຫຼີ້ນກິລາ ການຮ້ອງເພງ ແລະ ການສະແດງສິລະປະ, ມີສຸຂະພາບແຂງແຮງ, ຫ່າງໄກຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ນອກຈາກນີ້ ກໍເປັນການສືບທອດຮັກສາວັດທະນາທຳອັນດີງາມຂອງຊາວລາວບັນດາເຜົ່າ, ສອດຄ່ອງກັບ 3 ລັກສະນະ 5 ຫຼັກມູນການສຶກສາທີ່ວາງອອກ.
ຂະບວນການການແຂ່ງຂັນກິລາ-ສີລະປະ ຄັ້ງນີ້ ສະເພາະກິລາມີທັງໝົດ ປະເພດຄື: ບານເຕະ, ບານສົ່ງ, ກະຕໍ້, ເປຕັງ ແລະ ຣັກບີ້, ສ່ວນປະເພດສິລະປະປະກອບມີ: ການຮ້ອງເພງ ແລະ ສະແດງສິລະປະວັນນະຄະດີ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌