ຍິນດີນຳ ສປ ຈີນ ແລະ ຍີ່ປຸ່ນ ຄວ້າແຊ້ມປະເພດທີມຊາຍ-ທີມຍິງ U15 ປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ

ນັກກິລາປິ່ງປ່ອງເຍົາວະຊົນຈາກ ສປ ຈີນ ແລະ ຍີ່ປຸ່ນ ສອງຊາດແຖວໜ້າດ້ານກິລາປິ່ງປ່ອງຂອງທະວີບອາຊີ ແລະ ໂລກ ສາມາດຄວ້າແຊ້ມປະເພດທີມຊາຍ ແລະ ທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ.

ຮອບຊິງຊະນະເລີດປະເພດທີມຊາຍ ສປ ຈີນ ແຊ້ມເກົ່າ ຊະນະ ໄຕ້ຫວັນ 3-0 ຄູ່ ປ້ອງກັນແຊ້ມໄດ້ສຳເລັດ ແລະ ເປັນແຊ້ມສະໄໝທີ 4 ຕິດຕໍ່ກັນ, ຂະນະທີ່ ອັນດັບ 3 ຮ່ວມເປັນຂອງ ຍີ່ປຸ່ນ ແລະ ອີຣານ.

ສ່ວນຮອບຊິງຊະນະເລີດປະເພດທີມຍິງ ຍີ່ປຸ່ນ ເອົາຊະນະ ໄຕ້ຫວັນ 3-0 ຄູ່ ໄດ້ແຊ້ມຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກປີ 2014, ຂະນະທີ່ ອັນດັບ 3 ຮ່ວມເປັນຂອງ ສປ ຈີນ ແຊ້ມເກົ່າ ແລະ ສາທາະລະນະລັດເກົາຫລີ.

ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ເປັນຄັ້ງທຳອິດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ມີນັກກິລາ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຄື: ບາເຣນ, ບັງກະລາເທດ, ສປ ຈີນ, ໄຕ້ຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕ້າ, ສາທາລະນະລັດເກົາຫລີ, ສິງກະໂປ, ໄທ, ອຸສເບກິສຖານ ແລະ ສປປ ລາວ ເຈົ້າພາບ, ຊິງໄຊທັງໝົດ 11 ລາຍການເຊັ່ນ: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ: ປະເພດຍິງດ່ຽວ-ຊາຍດ່ຽວ, ທີມຍິງ ແລະ ທີມຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການຄື: ປະເພດຍິງດ່ຽວ-ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ. ສະເພາະລາວເຮົາ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ຄົນ ໂດຍໄດ້ສິດທິພິເສດໃນນາມເຈົ້າພາບ ສາມາດສົ່ງແຂ່ງຂັນຄົບທຸກລາຍການໂດຍບໍ່ຕ້ອງແຂ່ງຮອບຄັດເລືອກ ເຊິ່ງຄັ້ງນີ້ ພວກເຮົາຂາດນັກກິລາພຽງປະເພດຍິງດ່ຽວ U19 ສ່ວນອີກ 10 ລາຍການ ສົ່ງເຂົ້າຮ່ວມທັງໝົດ. ສຳລັບ 10 ລາຍການ ທີ່ນັກກິລາປິ່ງປ່ອງລາວເຂົ້າຮ່ວມມີ: U19 ປະເພດຊາຍ 5 ຄົນ, U15 ປະເພດຊາຍ 6 ຄົນ ແລະ U15 ປະເພດຍິງ 5 ຄົນ.

ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງນີ້ ນອກຈາກນັກກິລາ 160 ກວ່າຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມ ຍັງມີທີມງານກຳມະການຕັດສິນ ພ້ອມດ້ວຍ ວິຊາການ ເຈົ້າໜ້າທີ່ກ່ຽວຂ້ອງເກືອບ 100 ຄົນ ຈາກຫລາກຫລາຍປະເທດເຂົ້າຮ່ວມ. ນັກກິລາທີ່ໄດ້ແຊ້ມ ແລະ ຮອງແຊ້ມ ປະເພດຍິງດ່ຽວ, ຊາຍດ່ຽວ U15 ແລະ U19 ລວມທັງ ແຊ້ມປະເພດທີມຍິງ, ທີມຊາຍ U15 ແລະ U19 ໃນລາຍການນີ້ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ້ມໂລກ (World Youth 2022). ຂໍເຊີນຊວນທ່ານຜູ້ຊົມ ມາຮ່ວມຊົມ ຮ່ວມເຊຍ ແລະ ເປັນເຈົ້າພາບທີ່ດີຮ່ວມກັນ ເພື່ອໃຫ້ງານຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍຢ່າງຈົບງາມ ເຊິ່ງການແຂ່ງຂັນຈະດຳເນີນໄປເຖິງວັນທີ 6 ກັນຍານີ້ ຈຶ່ງຈະສຳເລັດ ແຂ່ງຂັນທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.

Photo: Lao Table Tennis Federation & ATTU

Leave a Reply

Your email address will not be published. Required fields are marked *