ອາເດບາຢໍຣ ອະດີດສູນໜ້າ ອາຣເຊນໍລ ແລະ ສະເປີ ປະກາດອຳລາອາຊີບໃນໄວ 39 ປີ

ເອັມມານູເອວ ອາເດບາຢໍຣ ອະດີດສູນໜ້າສະໂມສອນ ອາຣເຊນໍລ, ສະເປີ ລວມທັງ ແມນຊິຕີ້ ແລະ ທີມຊາດໂຕໂກ ປະກາດອຳລາອາຊີບຢ່າງທາງການ ໃນຕົ້ນອາທິດນີ້ ໃນໄວ 39 ປີ ອາເດບາຢໍຣ ຍຶດອາຊີບມານີ້ມາແຕ່ປີ 2001 ລົງຫລິ້ນກັບ 11 ສະໂມສອນ ຫລາຍກວ່າ 600 ນັດ ທັງລະດັບສະໂມສອນ ແລະ ທີມຊາດ ເປັນຕົ້ນ: ອາຣເຊນໍລ, ສະເປີ, ແມນຊິຕີ້, ເມັຊ, ໂມນາໂຄ, ຄຣິສຕັນ ພາເລດ ລວມທັງສະໂມສອນໃນຕູຣາເຄຍ, ປາລາໄກວ ແລະ ບ້ານເກີດ, ຍິງໄດ້ 237 ປະຕູ.

ອາເດບາຢໍຣ ເຕີບໂຕມາຈາກອາຄາເດມີ້ຂອງ ເມັຊ ໃນຝຣັ່ງ ແລະ ກ້າວຂຶ້ນທີມຊຸດໃຫຍ່ໃນປີ 2001 ກ່ອນຍ້າຍໄປຢູ່ກັບ ໂມນາໂຄ, ອາຣເຊນໍລ, ແມນຊິຕີ້, ຣຽວ ມາດຣິດ, ສະເປີ, ຄຣິສຕັນ ພາເລດ ລວມທັງສະໂມສອນໃນຕູຣາເຄຍ, ປາລາໄກວ ແລະ ປິດທ້າຍອາຊີບກັບ ເຊມັສຊີ້ ທີມໃນບ້ານເກີດ.

ຜົນງານຂອງ ອາເດບາຢໍຣ ຊ່ວຍ ໂມນາໂຄ ໄດ້ຮອງແຊ້ມ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2003–04, ຊ່ວຍ ເດີກັນເນີ້ ໄດ້ຮອງແຊ້ມ ລີກຄັບ ໜຶ່ງສະໄໝ, ມາຢູ່ກັບ ຣຽວ ມາດຣິດ ຊ່ວຍທີມ ໄດ້ແຊ້ມ ໂຄປ້າ ເດວເຣ ໜຶ່ງສະໄໝ, ຢູ່ກັບ ພາເລດ ໄດ້ຮອງແຊ້ມ ເອຟເອຄັບ ລະດູການ 2015–16. ລາງວັນສ່ວນຕົວ ໄດ້ລາງວັນນັກເຕະດີເດັ່ນຂອງປະເທດ ປີ 2008.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd

Photo: Emmanuel Adebayor

Leave a Reply

Your email address will not be published. Required fields are marked *