ເມຊຸດ ໂອຊິວ ອະດີດກອງກາງສະໂມສອນ ອາຣເຊນໍລ, ຣຽວ ມາດຣິດ ແລະ ທີມຊາດເຢຍລະມັນ ປະກາດອຳລາອາຊີບທາງການ ໃນໄວ 34 ປີ ວັນທີ 22 ມີນາຜ່ານມາ ພາຍຫລັງຍຶດອາຊີບມານີ້ 17 ປີ, ໂອຊິວ ຂຽນຂໍ້ຄວາມຜ່ານສື່ອອນລາຍສ່ວນຕົວ ກ່າວຂອບໃຈທຸກໂອກາດທີ່ມອບໃຫ້ໃນຕະຫລອດອາຊີບ ເຮັດໃຫ້ຕົນເອງໄດ້ສຳຜັດກັບຄວາມຮູ້ສຶກທີ່ຫລາກຫລາຍໃນສາຍທາງນີ້, ແຕ່ໃນໄລຍະໜຶ່ງເດືອນທີ່ຜ່ານມານີ້ ຕົນເອງປະສົບພົບພໍ້ກັບອາການບາດເຈັບລົບກວນຕໍ່ເນື່ອງ ຈຶ່ງຕັດສິນໃຈພັກຜ່ອນຮັກສາຮ່າງກາຍ ແລະ ໂບກມືລາອາຊີບນີ້.
ເມຊຸດ ໂອຊິວ ເຕີບໂຕມາຈາກອາຄາເດມີ້ຂອງ ຊາວເກ້ 04 ແລະ ກ້າວຂຶ້ນທີມຊຸດໃຫຍ່ໃນປີ 2006 ໄປຢູ່ກັບ ແວເດີ ເບຣເມັນ ໃນປີ 2008 ສ້າງຜົນງານໄດ້ຢ່າງປະຈັກຕາ ຈົນຣາຊາຊຸດຂາວ ຣຽວ ມາດຣິດ ດຶງໄປເສີມທັບ ໃນປີ 2010, ປີ 2013 ຍ້າຍມາຢູ່ກັບ ອາຣເຊນໍລ, ກ່ອນໂບກມືລາທີມໄປຫາຄວາມທ້າທາຍໃໝ່ທີ່ລີກຕູຣາເຄຍກັບ ເຟເນບາຣເຊ້ ໃນປີ 2021 ແລະ ໄປຢູ່ກັບ ອິສຕັນບູລ ບາຊັກຊີເຮ່ຍ ໃນປີຕໍ່ມາ ກ່ອນປະກາດອຳລາອາຊີບຢ່າງເປັນທາງການໃນປີນີ້.
ຕະຫລອດອາຊີບຂອງ ໂອຊິວ ຊ່ວຍ ເບຣເມັນ ໄດ້ແຊ້ມ DFB-Pokal ໜຶ່ງສະໄໝ, ຮອງແຊ້ມ ຢູຟ້າຄັບ ໜຶ່ງສະໄໝ, ມາຢູ່ກັບ ຣຽວ ມາດຣິດ ຊ່ວຍຣາຊາຊຸດຂາວ ໄດ້ແຊ້ມ ລາລີກ້າ, ໂຄປ້າ ເດວເຣ ແລະ ຊຸບເປີຄັບ ແອັສປາຍ ຢ່າງລະໜຶ່ງສະໄໝ, ຢູ່ກັບ ເດີກັນເນີ້ ໄດ້ແຊ້ມ ເອຟເອຄັບ 4 ສະໄໝ, ຄອມມູນີຕີ້ຊິວ ໜຶ່ງສະໄໝ, ໄດ້ຮອງແຊ້ມ ລີກຄັບ ແລະ ຢູໂຣປ້າລີກ ຢ່າງລະໜຶ່ງສະໄໝ. ໃນນາມທີມຊາດເຢຍລະມັນ ໄດ້ແຊ້ມ ບານໂລກ 2014 ແລະ ອັນດັບສາມ ບານໂລກ ປີ 2010. ລາງວັນສ່ວນຕົວ ໄດ້ລາງວັນນັກເຕະດີເດັ່ນເຢຍລະມັນ 5 ສະໄໝ, ຕິດທີມດີເດັ່ນຂອງ ຢູຟ້າ 2 ຄັ້ງ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Mesut Özil, Football on BT Sport