ທີມຊາດເນປານ ຊະນະ ທີມຊາດລາວ 2-0 ເຕະບານ ຊິງຂັນນາຍົກລັດຖະມົນຕີ ເນປານ ນັດທີ 1

ການແຂ່ງຂັນເຕະບານອຸ່ນເຄື່ອງລະດັບທີມຊາດ ໄລຍະຟີຟ້າເດ ທ້າຍເດືອນມີນານີ້ ຊິງຂັນນາຍົກລັດຖະມົນຕີ ເນປານ ລະຫວ່າງວັນທີ 22-31 ມີນາ 2023 ນີ້ ໂດຍມີ 3 ທີມເຂົ້າຮ່ວມຄື: ທີມຊາດເນປານ ເຈົ້າພາບ, ທີມຊາດລາວ ແລະ ທີມຊາດພູຖານ, ການແຂ່ງຂັນນັດທຳອິດ ວັນທີ 22 ມີນາຜ່ານມາ, ທີມຊາດເນປານ ເຈົ້າພາບ ອັນດັບ 175 ຂອງໂລກ ເອົາຊະນະ ທີມຊາດລາວ ອັນດັບ 187 ຂອງໂລກ 2-0 ໄດ້ປະຕູນາທີ 29′ ຈາກ: ອານັນຕາ ຕາມັງ ແລະ ນາວາຢຸກ ສະເຣັສທາ ນາທີ 54′, ລາວ ແລະ ເນປານ ພົບກັນ 3 ນັດ ເນປານ ຊະນະ  1 ແລະ ສະເໝີກັນ 2 ນັດ.

ນັດຕໍ່ໄປ ທີມຊາດລາວ ຈະພົບກັບ ທີມຊາດພູຖານ ອັນດັບ 185 ຂອງໂລກ ວັນທີ 25 ມີນານີ້ ເວລາ 19:15 ຕາມເວລາໃນປະເທດລາວ, ທີມຊາດລາວ ຕ້ອງການຊະນະ ເພື່ອລຸ້ນເຂົ້າຊິງຊະນະເລີດ, ຮູບແບບການແຂ່ງຂັນລາຍການນີ້ ພົບກັນໝົດສາມທີມ ແລ້ວຄັດເອົາທີມທີ່ມີຜົນງານດີສຸດທີ 1 ແລະ ທີ 2 ມາາພົບກັນໃນຮອບຊິງອີກຄັ້ງ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd

Photo: Lao ff

Leave a Reply

Your email address will not be published. Required fields are marked *