ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ເພດຍິງ ລະດູການ 2022-23 ຮອບ 8 ທີມສຸດທ້າຍ ນັດທີ 1 ໃນກາງອາທິດນີ້, ທີມຍິງຂອງ ເຊວຊີ ບຸກຊະນະ ທີມຍິງ ໂອລິມປິກ ລີຢົງ ແຊ້ມເກົ່າ ແບບຫວຸດວິດ 1-0 ຈາກປະຕູຂອງ ຢູໂຣ ເຣເທັ້ນ ປີກທີມຊາດນອກແວ ນາທີ 28′ ນັດທີສອງ ຈະກັບມາຫລິ້ນທີ່ບ້ານ ເຊວຊີ ວັນທີ 30 ມີນານີ້.
ສຳລັບ ທີມຍິງຂອງ ເຊວຊີ ເຂົ້າມາຫລິ້ນລາຍການນີ້ ໃນຖານະເປັນແຊ້ມເຕະບານຍິງ ລີກສູງສຸດຂອງອັງກິດ, ຂະນະທີ່ ລີຢົງ ກໍມາໃນນາມແຊ້ມເກົ່າ ແລະ ເປັນແຊ້ມລີກສູງສຸດເພດຍິງຂອງຝຣັ່ງ, ຜົນງານງານດີສຸດຂອງທີມຍິງ ເຊວຊີ ເຄີຍໄດ້ຮອງແຊ້ມລາຍການນີ້ ລະດູການ 2020–21.
ສ່ວນ ຜົນການແຂ່ງຂັນຮອບ 8 ທີມສຸດທ້າຍ ນັດທີ 1 ອີກສາມຄູ່: ທີມຍິງ ອາຣເຊນໍລ ບຸກເສຍໃຫ້ ທີມຍິງ ບາເຢິນ ມິວນິກ 0-1, ບາຣເຊໂລນ້າ ຮອງແຊ້ມລະດູການຜ່ານມາ ບຸກຊະນະ ໂຣມ້າ 1-0 ແລະ ປາຣີ ແຊັງແຊກແມັງ ເສຍຄາບ້ານໃຫ້ ໂວຟບວກ ແຊ້ມ 2 ສະໄໝ 0-1 ນັດທີສອງ ຈະກັບມາແຂ່ງຂັນວັນທີ 29 ແລະ 30 ມີນານີ້.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: UEFA Women’s Champions League