ເຊບີຢ້າ ສະໂມສອນຊື່ດັງໃນ ລາລິກ້າ ສະເປນ (ແອັສປາຍ) ປະກາດແຕ່ງຕັ້ງ ໂຊເຊ່ ລຸຍ ເມັນດີລີບາ ຄູຝຶກຊາວແອັສປາຍ ອາຍຸ 62 ປີ ເປັນຄູຝຶກຄົນໃໝ່ ແທນທີ່ ຮໍເກ້ ຊາມເປົາລີ້ ຄູຝຶກຊາວອາກຊັງຕິນ ທີ່ຖືກປົດອອກຈາກຕຳແໜ່ງ ຫລັງພາທີມບຸກເສຍໃຫ້ ເຄຕາເຟ້ 0-2 ໃນທ້າຍອາທິດຜ່ານມາ ເຮັດໃຫ້ທີມຢູ່ພື້ນທີ່ອັນຕະລາຍສ່ຽງຕົກຊັ້ນ ຫ່າງຈາກພື້ນທີ່ຕົກຊັ້ນພຽງ 2 ຄະແນນ ເຖິງວ່າສາມາດພາທີມເຂົ້າຮອບ 8 ທີມສຸດທ້າຍ ຢູໂຣປ້າລີກ ພົບກັບ ແມນເຊັສເຕີ ຢູໄນເຕັດ.
ສຳລັບ ໂຊເຊ່ ລຸຍ ເມັນດີລີບາ ເປັນຄູຝຶກປະສົບການສູງສົມຄວນ ວ່າງງານມາແຕ່ເດືອນເມສາປີຜ່ານມາ ຫລັງຄຸມທີມ ອາບາເບັສ ໄດ້ພຽງ 12 ນັດ ພາທີມເສຍເຖິງ 7 ນັດ, ໂຊເຊ່ ລຸຍ ເມັນດີລີບາ ເຄີຍຄຸມຫຼາຍທີມໃນແອັສປາຍເປັນຕົ້ນ: ບິວເບົາ, ເອອິບາ, ບາຢາໂດລິດ, ໂອຊາຊູນ່າ ແລະ ເລບັນເຕ້, ຈະຄຸມ ເຊບີຢາ ນັດທຳອິດ ບຸກໄປຢາມ ຄາດິຊ ວັນທີ 1 ເມສາທີ່ຈະມາເຖິງນີ້.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Sevilla FC