ອົງການກິລາເພື່ອຄົນພິການທາງສະໝອງສາກົນ ແລະ ລາວ ຈັດກິດຈະກຳເຕະບານຄົນພິການທີ່ ສປປ ລາວ

ອົງການກິລາເພື່ອຄົນພິການທາງສະໝອງສາກົນ ຫລື Special Olympics ໄດ້ຈັດກິດຈະກຳເຕະບານຄົນພິການທາງສະໝອງ ທີ່ມີໄອຄິວຕໍ່າກວ່າ 70 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 21 ມີນາຜ່ານມາ, ໂດຍມີ ທ່ານ ດີປັກ ນາຕາລີ ປະທານ ແລະ ຜູ້ບໍລິຫານ ອົງການກິລາເພື່ອຄົນພິການທາງສະໝອງສາກົນ ຫລື Special Olympics ພາກພື້ນອາຊີ-ປາຊີຟິກ, ທ່ານ ທອງຈັນ ອິນທະຈັກ ປະທານ Special Olympics ຝ່າຍລາວ ພ້ອມດ້ວຍພະນັກງານວິຊາການທີ່ກ່ຍວຂ້ອງ ແລະ ນັກກິລາຄົນພິການເຂົ້າຮ່ວມ 20 ກວ່າຄົນ.

ຈຸດປະສົງຕົ້ນຕໍໃນການຈັດກິດຈະກຳຄັ້ງນີ້ ເພື່ອເຮັດໃຫ້ຜູ້ມີຄວາມບົກຜ່ອງສະໝອງ ຫລື ສະຕິປັນຍາຢູ່ລາວ ໄດ້ມີໂອກາດພັດທະນາສັກກະຍະພາບຂອງຕົນ, ສ້າງຄວາມຮັບຮູ້ຮ່ວມກັບຜູ້ທີ່ມີຄວາມບົກຜ່ອງທາງສະໝອງດ້ວຍກັນ, ໄດ້ຮັບຮູ້ເຂົ້າໃຈວິທີການບໍລິຫານຮ່າງກາຍ ແລະ ມັນສະໝອງຈາກວິຊາການກ່ຽວຂ້ອງ ເພື່ອເສີມສ້າງສະມັດຕະພາບຮ່າງກາຍໃຫ້ແຂງແຮງ ໂດຍສະເພາະການເຂົ້າເຖິງກິດຈະກຳກິລາ, ການສຶກສາ ແລະ ວຽກເຮັດງານທຳ. ສຳລັບ ອົງການກິລາເພື່ອຄົນພິການທາງສະໝອງສາກົນ ຫລື Special Olympics ບໍ່ໄດ້ເນັ້ນໃນເລື່ອງຂອງຄວາມເກັ່ງຂອງນັກກິລາ ແຕ່ຈະເນັ້ນໃນເລື່ອງການສ້າງຄວາມມ່ວນຊື່ນ ອາລົມຈິດທີ່ດີ ແລະ ມີໂອກາດໄດ້ຫລິ້ນຮ່ວມກັບຄົນອື່ນ.

ອົງການກິລາເພື່ອຄົນພິການທາງສະໝອງສາກົນ ເປັນອົງການທີ່ໃຫຍ່ ຈັດການແຂ່ງຂັນກິລາ Special Olympics ລະດູຮ້ອນ ແລະ ລະດູໜາວ ເປັນປະຈຳ, ໂດຍສະເພາະ Special Olympics ລະດູຮ້ອນ ສປປ ລາວ ກໍເຄີຍສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ, ຄັ້ງຕໍ່ໄປ ຄັ້ງທີ 16 ຈະຈັດຂຶ້ນໃນປີນີ້ ໃນລະຫວ່າງວັນ 16 – 25 ມິຖຸນາ 2023.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd

Leave a Reply

Your email address will not be published. Required fields are marked *