ການແຂ່ງຂັນ ລົດສູດໜຶ່ງ ຟໍຣມູລ້າວັນ ປະຈຳປີ 2023 ສະໜາມທີສອງ ໃນທ້າຍອາທິດຜ່ານມາ ລາຍການ ຊາອຸດິອາຣາບ້ຽນ ກຣັງປຣີ, ທີ່ສະໜາມ ເຢັດດ້າ ຄໍນີເຊ້ ປະເທດຊາອຸດິອາຣາເບຍ, ຄວາມຍາວຕໍ່ຮອບ 6.174 ແມັດ.
ຜົນປະກົດວ່າ: ເຊີຈີໂອ້ ເປເຣັຊ ນັກຂັບຊາວເມັກຊິໂກ້ ຈາກຄ້າຍເຣດບລູ ເຣຊິ້ງ ຮອນດ້າ ອອກໂຕເປັນຄົນທຳອິດ ແລະ ປະຄອງລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ 50 ຮອບ ເວລາ 1 ຊົ່ວໂມງ 21 ນາທີ 14.894 ວິນາທີ ເອົາຊະນະ ແມັກ ເວີສະເຕັບເປິ້ນ ແຊ້ມເກົ່າ ເພື່ອນຮ່ວມທີມ ທີ່ອອກໂຕເປັນຄົນທີ 15 ແຕ່ໃຊ້ສີມືຂັບແຊງຄູ່ແຂ່ງຈົບອັນດັບ 2 ຕາມຫລັງທີໜຶ່ງ 5 ກວ່າວິນາທີ, ທີສາມ ເປັນຂອງ ເຟີນັນໂດ ອາລອນໂຊ້ ແຊ້ມໂລກ 2 ສະໄໝ ຈາກທີມ Aston Martin Aramco-Mercedes ຕາມຫລັງເກືອບ 20 ວິນາທີ, ຂະນະທີ່ ລຸຍ ຮາມິນຕັນ ແຊ້ມໂລກ 7 ສະໄໝ ຈົບອັນດັບທີ 5 ຕາມຫລັງ 31 ກວ່າວິນາທີ.
ຜ່ານໄປສອງສະໜາມ ຜູ້ນຳຄະແນນລວມນັກຂັບແມ່ນ ແຊ້ມເກົ່າ ເວີສະເຕັບເປິ້ນ ມີ 44 ຄະແນນ, ທີສອງ ເຊີຈີໂອ້ ເປເຣັຊ ມີ 43 ຄະແນນ, ທີ 3 ເຟີນັນໂດ ອາລອນໂຊ້ ມີ 30 ຄະແນນ. ສ່ວນທີມຜູ້ສ້າງ ທີມນຳແມ່ນ ທີມເຣດບລູ ເຣຊິ້ງ ຮອນດ້າ ມີ 87 ຄະແນນ, ຮອງລົງມາແມ່ນ Aston Martin Aramco-Mercedes ແລະ ທີມເມີຊີເດັຊ ມີ 38 ຄະແນນເທົ່າກັນ.
ສະໜາມຕໍ່ໄປ ສະໜາມທີສາມ ລາຍການ ອັອສເຕຣລ້ຽນ ກຣັງປຣີ ທີ່ສະໜາມ Albert Park ນະຄອນເມວເບິ້ນ ປະເທດອົດສະຕຣາລີ ວັນທີ 31 ມີນາ – 2 ເມສານີ້.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: F1