ອີບຣາຮີໂມວີກ ສ້າງສະຖິຕິຍິງປະຕູໃນ ເຊຣີອາ ດ້ວຍອາຍຸຫລາຍສຸດ 41 ປີ 166 ວັນ

ຊະລາຕັນ ອີບຣາຮີໂມວີກ ກອງໜ້າທີມຊາດສະວີເດັນ (ຊູແອັດ) ຂອງທັບປີສາດແດງດຳ ເອຊີມິລານ ກາຍເປັນນັກເຕະທີ່ຍິງປະຕູໃນລີກສູງສຸດຂອງອີຕາລີ ຫລື ເຊຣີອາ ດ້ວຍອາຍຸຫລາຍສຸດ 41 ປີ 166 ວັນ ພາຍຫລັງຍິງປະຕູ ນັດທີ່ ມິລານ ບຸກໄປເສຍໃຫ້ ອູດີເນເຊ້ 1-3 ທຳລາຍສະຖິຕິຂອງ ອາເລັສຊານໂດຣ ຄັອສຕາກູລ້າ ອະດີດກອງຫລັງຊາວອີຕາລີຂອງທີມ ທີ່ສ້າງໄວ້ 41 ປີ 25 ວັນ ໃນປີ 2007.

ລະດູການນີ້ ຊະລາຕັນ ໄດ້ລົງຫລິ້ນພຽງ 4 ນັດ ເນື່ອງຈາກຫາກໍເຊົາເຈັບຫົວເຂົ່າ ແຕ່ຫລ້າສຸດຖືກ ຢານ ແອນເດີສັນ ຄູຝຶກທີມຊາດບ້ານເກີດ ເອີ້ນມາຮັບໃຊ້ ທີມຊາດອີກຄັ້ງ ເພື່ອມາຊ່ວຍທີມຄັດເລືອກໄປຊິງແຊ້ມເອີຣົບ ຢູໂຣ 2024 ສອງນັດທຳອິດຂອງກຸ່ມ F ໃນເດືອນມີນານີ້ ທີ່ຈະເປີດບ້ານພົບກັບ ທີມຊາດແບນຊິກ ວັນທີ 24 ມີນາ ແລະ ໄປຢາມ ທີມຊາດອາເຊີໄບຈັນ ວັນທີ 27 ມີນາ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd

Photo: Svensk Fotboll

Leave a Reply

Your email address will not be published. Required fields are marked *