ເອລິ້ງ ຮາແລນ ສູນໜ້າຟອມເດັ່ນ ໄວ 22 ປີ ຂອງສະໂມສອນ ແມັນເຊັສເຕີ ຊິຕີ້ ເຈັບບໍລິເວນກົກຂາຈາກເກມ ເອັຟເອຄັບ ຮອບ 8 ທີມສຸດທ້າຍ ທີ່ ຊິຕີ້ ເປີດບ້ານຖະຫລົ່ມ ເບີນລີ້ 6-0 ເຮັດໃຫ້ອົດຊ່ວມທີມຊາດນໍຣເວ ລົງແຂ່ງຂັນ ຢູໂຣ 2024 ຮອບຄັດເລືອກ ກຸ່ມ A ທ້າຍເດືອນມີນານີ້ ໂດຍທີມຊາດນອກແວ ຈະໄປຢາມ ທີມຊາດແອັສປາຍ ວັນທີ 25 ມີນາ ແລະ ໄປຢາມ ທີມຊາດຈໍເຈຍ (ຊັອກຊີ້) ວັນທີ 28 ມີນາ.
ລະດູການນີ້ ຮາແລນ ຟອມເດັ່ນ ຍິງໄປແລ້ວ 42 ປະຕູ ຈາກ 37 ນັດ ລວມທຸກລາຍການ ໂດຍສະເພາະ ສອງນັດຫລັງສຸດຍິງສອງແຮັດທຣິກ ພາຕົ້ນສັງກັດເຂົ້າຮອບ 8 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ ແລະ ຮອບຮອງຊະນະເລີດ ເອຟເອຄັບ.
ຮາແລນ ຮັບໃຊ້ທີມຊາດນອກແວຊຸດໃຫຍ່ມາແຕ່ປີ 2019 ຍິງ 21 ປະຕູ ຈາກ 23 ນັດ, ສຳລັບ ຢູໂຣ 2024 ຮອບຄັດເລືອກ ກຸ່ມ A ມີທັງໝົດ 5 ທີມ ນອກຈາກມີທີມຊາດນອກແວ, ແອັສປາຍ ແລະ ຊັອກຊີ້, ຍັງມີທີມຊາດສະກັອດແລນ ແລະ ໄຊປຣັສ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Fotballandslaget