ຄຣິສຕັນ ພາເລດ ເລືອກ ປູ່ ຣອຍ ຮັອດສັນ ໄວ 75 ປີ ກັບມາຄຸມທີມອີກຄັ້ງ ຫລັງປົດ ແພັດທຣິກ ວິເອຣ້າ ອອກຈາກຕຳແໜ່ງຜູ້ຈັດການທີມ ຍ້ອນພາທີມບໍ່ຊະນະເລີຍ 12 ນັດໃນປີ 2023 ແລະ ນັດຫລ້າສຸດເກມລີກທ້າຍອາທິດຜ່ານມາ ຄຸມທີມຊົ່ວຄາວໂດຍ ແພັດທຣິກ ແມັກຄາທີ້ ພາທີມໄປເສຍໃຫ້ ອາຣເຊນໍລ ທີມນຳ 1-4 ເຮັດໃຫ້ທີມບໍ່ຊະນະ 13 ນັດຕິດຕໍ່ກັນໃນປີນີ້.
ສຳລັບ ຣອຍ ຮັອດສັນ ເປັນອະດີດນັກເຕະເກົ່າຂອງ ພາເລດ ເຄີຍຄຸມ ພາເລດ ມາແລ້ວໃນປີ 2017–2021 ກ່ອນລາທີມໄປຄຸມ ວັດຟອດ ໃນປີຕໍ່ມາ ແຕ່ຜົນງານບໍ່ດີ ຈຶ່ງແຍກທາງກັບທັບແຕນນະລົກຫລັງ ຈົບລະດູການ 2021-22, ຮັອດສັນ ເຊັນສັນຍາໄລຍະສັ້ນຈົນຈົບລະດູການນີ້ ເປົ້າໝາຍທຳອິດພາທີມໜີຕົກຊັ້ນໃຫ້ໄດ້. ປະຈຸບັນ ພາເລດ ຢູ່ອັນດັບທີ 12 ມີ 27 ຄະແນນຈາກ 28 ນັດ ຫ່າງຈາກພື້ນທີ່ຕົກຊັ້ນພຽງ 3 ຄະແນນ, ນັດຕໍ່ໄປ ຈະເປີດບ້ານພົບກັບ ເລັສເຕີ ຊິຕີ້ ວັນທີ 1 ເມສານີ້.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Crystal Palace