ດີດີເຢ້ ເດຊ໋ອງ ຄູຝຶກທີມຊາດຝຣັ່ງ ຕັດສິນໃຈເລືອກ ຄີລຽນ ເອັມບັບເປ້ ສູນໜ້າຟອມເດັ່ນຂອງສະໂມສອນ ປາຣີ ແຊັງແຊກແມັງ ເປັນຫົວໜ້າທີມແທນ ຮີວໂກ້ ຢໍຣິສ ທີ່ປະກາດອຳລາການຮັບໃຊ້ທີມຊາດໃນຕົ້ນປີນີ້ ໂດຍ ເອັມບັບເປ້ ຈະພາທີມລົງແຂ່ງຂັນ ຢູໂຣ 2024 ຮອບຄັດເລືອກ ກຸ່ມ B ທ້າຍເດືອນມີນານີ້ ວັນທີ 24 ມີນາ ຈະເປີດບ້ານພົບກັບ ທີມຊາດໂຮນລັງ ແລະ ວັນທີ 27 ມີນາ ໄປຢາມ ທີມຊາດອຽກລັງ.
ເດຊ໋ອງ ເລືອກມອບປອກແຂນກັບຕັນທີມໃຫ້ສູນໜ້າໄວ 24 ປີ ເພື່ອຕ້ອງການປຸກປັ້ນໃຫ້ ເອັມປັບເປ້ ມີຄວາມເປັນຜູ້ນຳ, ມີຄວາມຮັບຜິດຊອບ ແລະ ແຂງແກ່ນຂຶ້ນ, ຜົນງານທີ່ຜ່ານມາຂອງ ເອັມບັບເປ້ ສະແດງໃຫ້ເຫັນເຖິງຄວາມທຸ້ມເທທີ່ມີຕໍ່ທີມ, ພ້ອມກັນນີ້ ເດຊ໋ອງ ກໍເລືອກ ອ໋ອງຕວນ ຄຣິຊມັນ ຫົວຫອກຈາກ ແອັດເລຕິໂກ້ ມາດຣິດ ເປັນຮອງກັບຕັນທີມ.
ຄີລຽນ ເອັມບັບເປ້ ຮັບໃຊ້ທີມຊາດຝຣັ່ງຊຸດໃຫຍ່ມາແຕ່ປີ 2017 ຍິງ 36 ປະຕູ ຈາກ 66 ນັດ ແລະ ຍິງ 2 ປະຕູໃນຮອບຊິງ ບານໂລກ 2018 ພາທີມຄວ້າແຊ້ມໂລກມາຄອງໃນຄັ້ງນັ້ນ, ສ່ວນບານໂລກຄັ້ງຫລ້າສຸດ 2022 ພາທີມຈົບອັນດັບສອງ ຮອງຈາກອາກຊັງຕິນ.
ສຳລັບ ຢູໂຣ 2024 ຮອບຄັດເລືອກ ກຸ່ມ B ນອກຈາກມີທີມຊາດຝຣັ່ງ, ໂຮນລັງ ແລະ ອຽກລັງ, ຍັງມີທີມຊາດເກຣັກ ແລະ ຈີບາວຕ້າ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: French Team