ຫລີ ຊື້ເຟິງ ແລະ ອັນເຊຢັງ ໄດ້ແຊ້ມດອກປີກໄກ່ All England Open 2023 ຄັ້ງທຳອິດ!

ການແຂ່ງຂັນດອກປີກໄກ່ ລະດັບໂລກ BWF World Tour ຊຸບເປີ 1000 ລາຍການ All England Open 2023 ໃນທ້າຍອາທິດຜ່ານມາ ຊິງເງິນລາງວັນລວມ 1,250,000 ໂດລາສະຫະລັດ, ປະກົດວ່າມີແຊ້ມໜ້າໃໝ່ ປະເພດຊາຍດ່ຽວ, ຍິງດ່ຽວ, ຄູ່ຍິງ ແລະ ຄູ່ຊາຍ.

ປະເພດຊາຍດ່ຽວຮອບຊິງຊະນະເລີດ: ຫລີ ຊື້ເຟິງ ມື 14 ຂອງໂລກຈາກຈີນ ເອົາຊະນະ ສືຢູ້ສີ ມື 12 ຂອງໂລກ ເພື່ອນຮ່ວມຊາດລຸ້ນອ້າຍ  2-0 ເກມ: 26-24, 21-5 ໄດ້ແຊ້ມລາຍການນີ້ຄັ້ງທຳອິດ ແລະ ເປັນແຊ້ມລະດັບ Super 1000 ລາຍການທຳອິດໃນອາຊີບ.

ຂະນະທີ່ ປະເພດຍິງດ່ຽວ: ອັນເຊຢັງ ມື 2 ຂອງໂລກຈາກສາທາລະນະລັດເກົາຫລີ ເອົາຊະນະ ເສິນຢູ້ເຟີຍ ມື 4 ຂອງໂລກຈາກຈີນ 2-1 ເກມ: 21-17, 10-21 ແລະ 21-19 ໄດ້ແຊ້ມລາຍການນີ້ຄັ້ງທຳອິດ ແລະ ເປັນນັກກິລາດອກປີກໄກ່ຍິງດ່ຽວເກົາຫລີຄົນທຳອິດໃນຮອບ 27 ປີ ທີ່ໄດ້ແຊ້ມລາຍການນີ້ ຕໍ່ຈາກ ບັງຊູຮຸນ ໃນປີ 1996.

ສ່ວນແຊ້ມປະເພດຄູ່ຊາຍ ເປັນຂອງ ຟາຈ້າ ອາວຟຽນ ແລະ ມູຮຳໝັດ ຣຽນ ອາດຽນໂຕ້ ຄູ່ມື 1 ຂອງໂລກ ຈາກອິນໂດເນເຊຍ, ປະເພດຄູ່ຍິງ ແຊ້ມເປັນຂອງ ຄິມໂຊຢັງ ແລະ ຄ໋ອງຮີຢ໋ອງ ຈາກສາທາລະນະລັດເກົາຫລີ ຄູ່ມື 6 ຂອງໂລກ ແລະ ແຊ້ມປະເພດຄູ່ປະສົມເປັນຂອງຄູ່ມື 1 ຂອງໂລກຈາກຈີນ ເຈິ້ງຊື້ເຫວີຍ ກັບ ຫວງຢ້າຊົງ ໄດ້ແຊ້ມຕ່ໍຈາກປີ 2019.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd

Photo: BWF

Leave a Reply

Your email address will not be published. Required fields are marked *