ເຈົ້າພາບ ອຸສເບກິສຖານ ຊະນະ ອີຣັກ 1-0 ສ້າງປະຫວັດສາດຄວ້າແຊ້ມ ເຕະບານຊາຍ U-20 ປີ ຊິງແຊ້ມອາຊີ ຄັ້ງທຳອິດ!

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U-20) ຊິງແຊ້ມອາຊີ 2023 ທີ່ປະເທດອຸສເບກິສຖານ, ຮອບຊິງຊະນະເລີດໃນທ້າຍອາທິດຜ່ານມາ, ເຈົ້າພາບ ອຸສເບກິສຖານ ເຂົ້າຊິງເປັນຄັ້ງທີສອງໃນຮອບ 15 ປີ ພົບກັບ ທີມຊາດອີຣັກ ແຊ້ມ 5 ສະໄໝ, ປະກົດວ່າ: ເຈົ້າພາບ ເອົາຊະນະ ອີຣັກ ແບບຫວຸດວິດ 1-0 ຈາກການສັງຫານຈຸດໂທດຂອງ ອູມາຣາລີ້ ຣາໂມນາລີເຢັຟ ນາທີ 72′. ອຸສເບກິສຖານ ສ້າງປະຫວັດສາດຄວ້າແຊ້ມ ເຕະບານຊາຍ U-20 ປີ ຊິງແຊ້ມອາຊີ ຄັ້ງທຳອິດ ພາຍຫລັງຜ່ານມາດີສຸດໄດ້ຮອງແຊ້ມໃນປີ 2008.

ສຳລັບ 4 ທີມ ທີ່ເຂົ້າມາເຖິງຮອບຮອງຊະນະເລີດຄັ້ງນີ້ ໄດ້ເປັນຕົວແທນທະວີບອາຊີ ໄປແຂ່ງຂັນ U-20 ປີ ຊິງແຊ້ມໂລກ ທີ່ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 20 ພຶດສະພາ – 11 ມິຖຸນາປີນີ້ ປະກອບມີ: ສເບກິສຖານ, ອີຣັກ, ສາທາລະນະລັດເກົາຫລີ ແລະ ຍີ່ປຸ່ນ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd

Photo: #AFCU20

Leave a Reply

Your email address will not be published. Required fields are marked *