ລາວລີກ 1 ປີ 2023 ຈົບອາທິດທີ 5 ຊ້າງນ້ອຍ ແຊ້ມເກົ່າ ຍັງຟອມເດັ່ນ ຊະນະ 5 ນັດລວດ!

ການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປະຈຳປີ 2023 ອາທິດທີ 5 ໃນທ້າຍອາທິດຜ່ານມາ ວັນທີ 18 ແລະ 19 ມີນາ ມີແຂ່ງຄົບທັງ 4 ຄູ່, ຊ້າງນ້ອຍ ເອຟຊີ ແຊ້ມເກົ່າ ຍັງຟອມເດັ່ນຕໍ່ເນື່ອງ ຄວ້າໄຊຊະນະ 5 ນັດລວດ ໂດຍນັດຫລ້າສຸດ ຊະນະ ເອສຣາ ແບບສຸດມັນ 3-2 ເອສຣາ ນຳກ່ອນຈາກ ອາທິດ ຫລວງລາດ ນາທີ 20′, ຊ້າງນ້ອຍ ຕີສະເໝີຈາກ ມະໂນລົມ ເພັດພັກດີ ນາທີ 28′, ຈາກນັ້ນ ແຊ່ມເກົ່າ ພິກແຊງນຳ 2-1 ຈາກ ຄາຍເດ້ ໂອຄອນເນວ ນາທີ 36′ ເອສຣາ ໄລ່ຕີສະເໝີທ້າຍເກມ ນາທີ 90+2′ ຈາກ ພຸດທະວົງ ສັງວິໄລ ແຕ່ໄລຍະຕໍ່ເວລາບາດເຈັບ ນາທີ 90+4′ ຊ້າງນ້ອຍ ມາໄດ້ປະຕູໄຊຈາກ ກີ້ດາວອນ ສຸວັນນີ.

ຂະນະທີ່ ມາສເຕີ ເຊເວັນ ຮອງແຊ້ມ 3 ປີຫລັງສຸດ ບຸກແຊງຊະນະ ກອງທັບ 2-1 ກອງທັບ ເສຍນັດທຳອິດໃນລີກປີນີ້, ສ່ວນ ຈຳປາສັກ ເອຟຊີ ຊະນະ ວຽງຈັນ ເອຟຊີ 2-0 ​ແລະ ຫລວງພະບາງ ຊະນະ ນ້ອງໃໝ່ ນໍ້າທາ ຢູໄນເຕັດ 1-0.

ຕາຕະລາງຄະແນນຜ່ານໄປ 5 ນັດທຸກທີມ: ຊ້າງນ້ອຍ ແຊ້ມເກົ່າ ເກັບ 15 ຄະແນນເຕັມ, ມາສເຕີ ເຊເວັ້ນ ມີ 9 ຄະແນນ, ເອສຣາ ແລະ ວຽງຈັນ ມີ 7 ຄະແນນ, ກອງທັບ ມີ 6 ຄະແນນ, ຫລວງພະບາງ ແລະ ຈຳປາສັກ ມີ 5 ຄະແນນ ແລະ ນໍ້າທາ ຢູໄນເຕັດ ນ້ອງໃໝ່ ມີ 1 ຄະແນນ.

ໃນທ້າຍອາທິດນີ້ ພັກການແຂ່ງຂັນຊົ່ວຄາວ ເນື່ອງຈາກມີເກມທີມຊາກ ຟີຟ້າເດ, ສຳລັບ ນັດທີ 6 ຈະກັບມາແຂ່ງຂັນໃນວັນທີ 1 ແລະ 2 ເມສາທີ່ຈະມາເຖິງນີ້: 1 ເມສາ: ຊ້າງນ້ອຍ ພົບ ກອງທັບ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16, ວຽງຈັນ ພົບ ມາສເຕີ ເຊເວັ້ນ ຢູ່ສະໜາມກິລາ ກາງ ມຊ, ວັນທີ 2 ເມສາ: ເອສຣາ ພົບກັບ ຫລວງພະບາງ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ແລະ ນໍ້າທາ ຢູໄນເຕັດ ນ້ອງໃໝ່ ພົບ ຈຳປາສັກ ທີ່ສະໜາມກິລາແຂວງຫລວງນໍ້າທາ ທຸກຄູ່ແຂ່ງເວລາ 16: 00.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd

Photo: :Lao league 1

Leave a Reply

Your email address will not be published. Required fields are marked *