ເຕະບານ ລີກອ໋ອງ ຝຣັ່ງ ຄືນວັນທີ 19 ມີນາຜ່ານມາ, ປາຣີ ແຊັງແຊກແມັງ (PSG) ແຊ້ມເກົ່າ ພາດທ່າເສຍຄາບ້ານໃຫ້ ແຣນສ໌ 0-2 ທີມຢາມໄດ້ປະຕູຈາກ ໂຕໂກ້ ອີກຳບີ້ ນາທີ 45′ ແລະ ຄາລີມູເອັນໂດ້ ນາທີ 48′. ແຣນສ໌ ຊະນະ ເປແອັດເຊ ແບບໄປກັບໃນລີກຄັ້ງທຳອິດໃນຮອບ 14 ປີ ຕໍ່ຈາກລະດູການ 2008-2009.
ເປແອັດເຊ ຢຸດທີ່ 66 ຄະແນນ ຈາກ 28 ນັດ ຫລຸດຊ່ອງຫວ່າງນຳອັນດັບສອງ ມາກເຊີຍ ເຫລືອ 7 ຄະແນນດ ສ່ວນ ແຣນສ໌ ຢູ່ອັນດັບ 5 ມີ 50 ຄະແນນ ຫ່າງຈາກພື້ນທີ່ ແຊ້ມປ້ຽນລີກ 7 ຄະແນນ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Ligue 1