ເຕະບານ ບຸນເດັສລີກ້າ ເຢຍລະມັນ ຄືນວັນທີ 19 ມີນາຜ່ານມາ, ເສືອໃຕ້ ບາເຢິນ ມິວນິກ ແຊ້ມເກົ່າ ບຸກໄປຢາມ ໄບເອີ ເລເວີຄູເຊັນ, ແຊ້ມເກົ່າ ຍິງນຳກ່ອນ ນາທີ 22′ ຈາກ ໂຄຊົວ ຄິມມິກ, ແຕ່ເຄິ່ງຫລັງຖືກເຈົ້າບ້ານຍິງແຊງຈາກການສັງຫານສອງຈຸດໂທດ ນາທີ ເອເຊກຽວ ປາລີຊີອັອສ ນາທີ 55′ ແລະ ນາທີ 73′ ຈົບເກມ ເລເວີຄູເຊັນ ແຊງຊະນະ ບາເຢິນ ສຸດມັນ 2-1. ເລເວີຄູເຊັນ ຊະນະ ບາເຢິນ ນັດທຳອິດຈາກ 8 ນັດຫລັງສຸດທີ່ພົບກັນ ຜ່ານມາ ສະເໝີ 1 ເສຍ 6.
ບາເຢິນ ເສຍຕຳແໜ່ງທີມນຳໃຫ້ກັບ ດັອດມຸນ ທີ່ຖະຫລົ່ມ ໂຄໂລນ 6-1 ວັນເສົາຜ່ານມາ ຫລົ່ນມາຢູ່ທີສອງ ມີ 52 ຄະແນນ ຈາກ 25 ນັດ ຕາມຫລັງ ດັອດມຸນ 1 ຄະແນນແຂ່ງເທົ່າກັນ, ຂະນະທີ່ ເລເວີຄູເຊັນ ຢູ່ທີ 8 ມີ 37 ຄະແນນ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Bayern munich