ເຕະບານ ເຊຣີອາ ອີຕາລີ ຄືນວັນທີ 19 ມີນາຜ່ານມາ ຄູ່ບິກແມັດ: ທັບງູໃຫຍ່ ອິນເຕີ ມິລານ ເປີດບ້ານພົບກັບ ມ້າລາຍ ຢູເວັນຕຸສ, ເຈົ້າບ້ານເຖິງວ່າຄອງບານ ແລະ ສ້າງໂອກາດຍິງປະຕູຫລາຍກວ່າທີມຢາມຊັດເຈນ ແຕ່ຂາດຄວາມຄົມ ກາຍເປັນທີມຢາມມາໄດ້ປະຕູໄຊຈາກ ຟີລິບ ຄັອສຕິກ ນາທີ 23′ ພາທັບມ້າລາຍບຸກຊະນະ ອິນເຕີ ຫວຸດວິດ 1-0 ແລະ ມີສອງບັດແດງທ້າຍເກມ ໄດ້ທີມລະບັດ. ຂະນະທີ່ ນາໂປລີ ຟອມຍັງດີ ບຸກຊະນະ ໂຕຣີໂນ້ 4-0 ແລະ ລາຊີໂອ້ ຊະນະ ໂຣມ້າ 1-0.
ຢູເວັນຕຸສ ຍັງມີໂອກາດລຸ້ນໂຄຕ້າບານເອີຣົບ ປະຈຸບັນ ຢູ່ອັນດັບ 7 ມີ 41 ຄະແນນ ຈາກ 27 ນັດ ຫ່າງຈາກອັນດັບ 6 ໂຄຕ້າ ຄອນເຟີເຣນລີກ 4 ຄະແນນ, ຫ່າງຈາກອັນດັບ 5 ໂຄຕ້າ ຢູໂຣປ້າລີກ 6 ຄະແນນ ແລະ ຫ່າງຈາກອັນດັບ 4 ໂຄຕ້າແຊ້ມປ້ຽນລີກ 7 ຄະແນນ. ສ່ວນ ນາໂປລີ ທີມນຳ ໜີຫ່າງອັນດັບສອງເຖິງ 19 ຄະແນນ ເຫລືອພຽງ 11 ນັດ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Juventus