ເຕະບານ ລາລີກ້າ ແອັສປາຍ ຄືນວັນທີ 19 ມີນາຜ່ານມາ ເກມ ເອວ ກລາຊີໂກ້ ບາຣເຊໂລນ້າ ເປີດບ້ານພົບກັບ ຣຽວ ມາດຣິດ ແຊ້ມເກົ່າ, ທີມຢາມອອກນຳກ່ອນຈາກການສະກັດບານເຂົ້າໂກນຕົນເອງຂອງ ໂຣໂນ້ ອາເຣົາໂຄ້ ໃນ 9′ ນາທີທຳອິດ ແຕ່ທ້າຍເຄິ່ງເວລາທີໜຶ່ງ ບາຣຊ້າ ໄດ້ປະຕູຕີສະເໝີຈາກ ເຊີຈີ້ ໂຣແບໂຕ້ ນາທີ 45′.
ເຄິ່ງຫລັງ ເຈົ້າບ້ານ ບາຣຊ້າ ມາໄດ້ປະຕູໄຊຈາກ ແຟັງ ເຄຊີເຢ້ ໄລຍະຕໍ່ເວລາບາດເຈັບ ນາທີ 90+2′ ຈົບເກມ ບາຣຊ້າ ແຊງຊະນະ ມາດຣິດ ແບບຫວຸດວິດ 2-1 ໜີຫ່າງ ມາດຣິດ 12 ຄະແນນ ແຂ່ງເທົ່າກັນ 26 ນັດ.
+ ຊາບີ້ ເອີນັນເດັສ ເພີ່ມສະຖິຕິຄຸມ ບາຣຊ້າ ຊະນະ ອັນເຊລັອດຕິ ເປັນນັດທີ 5 ເສຍ 2 ນັດ ແລະ ຊະນະໃນ 3 ນັດຫລັງສຸດ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Laliga