ອາເຊວເຊັ້ນ ຍຶດບັນລັງມື 1 ຂອງໂລກ ຢ່າງໜຽວແໜ້ນ ພາຍຫລັງຄວ້າແຊ້ມໂລກ 2022

ວິກເຕີ ອາເຊວເຊັ້ນ ນັກກິລາດອກປີກໄກ່ຊາວເດັນມາກ ໄວ 28 ປີ ຍຶດບັນລັງມື 1 ຂອງໂລກ ຢ່າງໜຽວແໜ້ນ ພາຍຫລັງຄວ້າແຊ້ມໂລກ 2022 ທີ່ໂຕກຽວ ປະເທດຍີ່ປຸ່ນ ເມື່ອບໍ່ດົນມານີ້ ດ້ວຍການເອົາຊະນະ ກຸນລະວຸດ ວິທິດສານ ຈາກໄທ ທີ່ເປັນນັກກິລາດອກປີກໄກ່ຊາຍຊາວໄທຄົນທຳອິດເຂົ້າຮອບຊິງແຊ້ມໂລກ 2-0 ເກມ: 21-5, 21-16 ໄດ້ແຊ້ມໂລກ ເປັນສະໄໝທີ 2 ຕໍ່ຈາກ ປີ 2017 ອາເຊວເຊັ້ນ ມີຄະແນນສະສົມ 122,606.

ຂະນະທີ່ ກຸນລະວຸດ ວິທິດສານ ຮອງແຊ້ມໂລກ ອັນດັບໂລກຫຍັບຂຶ້ນ 6 ອັນດັບ ມາຢູ່ທີ 11 ຂອງໂລກຄັ້ງທຳອິດ ມີ 70,849 ຄະແນນ, ສ່ວນທີ 2 ຂອງໂລກແມ່ນ ເຄັນໂຕະ ໂມໂມຕະ ຈາກຍີ່ປຸ່ນ, ທີ 3 ແອນເດີ ແອນທອນເຊັ້ນ ຈາກເດັນມາກ, ທີ 4 ຫລີ ຊື້ເຈຍ ຈາກມາເລເຊຍ, ທີ 5 ແອນໂທນີ້ ກິນຕິ້ງ ຈາກອິນໂດເນເຊຍ, ທີ 6 ຈູທຽນເສິນ ຈາກໄຕ້ຫວັນ, ທີ 7 ໂລຄີນຢິວ ຈາກສິງກະໂປ, ທີ 8 ໂຈນາທານ ຄຣິສຕີ້ ຈາກອິນໂດເນເຊຍ, ທີ 9 ເສິນຫລົງ ຈາກຈີນ ແລະ ທີ 10 ເລັກຊີຢ້າ ເຊັນ ຈາກອິນເດຍ.

ປະເພດຍິງດ່ຽວ ອາກາເນະ ຢາມາກູຊິ ທີ່ປ້ອງກັນແຊ້ມໂລກໄດ້ສຳເລັດ ຢູ່ອັນດັບ 2 ຂອງໂລກ ມີ 109,413 ຄະແນນ, ສ່ວນ ເສິນ ຢູ້ເຟີຍ ຈາກຈີນ ໄດ້ຮອງແຊ້ມໂລກຄັ້ງທຳອິດ ຢູ່ອັນດັບ 3 ຂອງໂລກ ມີ 10,5406 ຄະແນນ, ສ່ວນ ມື 1 ຂອງໂລກແມ່ນ ຖ້າຍຊູ້ຫຍິງ ຈາກໄຕ້ຫວັນ ມີ 110,845 ຄະແນນ.

ທີ 4 ອັນເຊຢັງ ຈາກສາທາລະນະລັດເກົາຫລີ, ທີ 5 ຄາໂຣລີນ້າ ມາຣິນ ຈາກແອັສປາຍ, ທີ 6 ໂນໂຊມິ ໂອກູຮາຣ້າ ຈາກຍີ່ປຸ່ນ, ທີ 7 ຊິນທູ ຈາກອິນເດຍ, ທີ 8 ຣັດຊະນົກ ອິນທະນົນ ຈາກໄທ, ທີ 9 ເຫີ ປິ່ງຈຽວ ຈາກຈີນ ແລະ ທີ 10 ພອນປະວີ ຊໍ່ຊູວົງ ຈາກໄທ.

Photo: BWF

 

Leave a Reply

Your email address will not be published. Required fields are marked *