ເຕະບານ ພຣີເມ່ຍລີກ ອັງກິດ ຄືນວັນທີ 19 ມີນາຜ່ານມາ ໜຶ່ງຄູ່: ອາຣເຊນໍລ ທີມນຳເປີດບ້ານໄລ່ຕ້ອນເອົາຊະນະ ຄຣິສຕັນ ພາເລດ ທີ່ຫາກໍປົດຜູ້ຈັດການທີມ ແພັດທຣິກ ວິເອຣ້າ 4-1 ເດີກັນເນີ້ ໄດ້ປະຕູຈາກ ກາບ້ຽວ ມາຕີເນວລີ້, ບູກາໂຢ້ ຊາກ້າ ສອງປະຕູ ແລະ ການິດ ຊາກ້າ, ຂະນະທີ່ ທີມຢາມໄດ້ໜຶ່ງປະຕູຈາກ ເຈັຟຟີ້ ສະລຸບ.
ອາຣເຊນໍລ ຄວ້າໄຊໃນເກມລີກ 6 ນັດລວດ ບວກເພີ່ມເປັນ 69 ຄະແນນ ຈາກ 28 ນັດ ໜີຫ່າງ ແມນຊິຕີ້ 8 ຄະແນນ ແຕ່ແຂ່ງຫລາຍ ຊິຕີ້ ໜຶ່ງນັດ, ສ່ວນ ພາເລດ ປີນີ້ 13 ນັດ ຍັງບໍ່ພົບກັບໄຊຊະນະ ມີ 27 ຄະແນນ ຈາກ 28 ນັດ ຢູ່ທີ 12 ຫ່າງຈາກພື້ນທີ່ຕົກຊັ້ນ 3 ຄະແນນ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Arsenal