ການແຂ່ງຂັນເຕະບານ ເອຟເອ ຄັບ ອັງກິດ ລະດູການ 2022-23 ຮອບ 8 ທີມສຸດທ້າຍ ໃນທ້າຍອາທິດຜ່ານມາ, ແມນເຊັສເຕີ ຢູໄນເຕັດ ເປີດບ້ານດວນກັບ ຟູແລ່ມ ເພື່ອນຮ່ວມລີກ, ທີມຢາມອອກນຳກ່ອນຈາກ ອາເລັກຊານເດີ ມິໂຕວິກ ນາທີ 50′ ຈາກນັ້ນນາທີ 72′ ຟູແລ່ມ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ວິນລ້ຽນ ເຈດຕະນາໃສ່ແຂນສະກັດການຍິງຂອງ ຈາດອນ ຊານໂຊ້ ຜູ້ຕັດສິນໃຫ້ບັດແດງ ແລະ ຈຸດໂທດແກ່ ແມນຢູ ແຕ່ ອາເລັກຊານເດີ ມິໂຕວິກ ບໍ່ພໍໃຈ ລະເບີດອາລົມໃສ່ກຳມະການ ຈຶ່ງໄດ້ບັດແດງເຊັ່ນກັນ ຈາກນັ້ນ ແມນຢູ ກໍໄດ້ເພີ່ມອີກສາມປະຕູຈາກ ບຣູໂນ້ ແຟນັນເດັຊ ສັງຫານຈຸດໂທດ ນາທີ 75′, ມາເຊວ ສະບິດເຊີ ນາທີ 77′ ເປັນປະຕູທຳອິດກັບທີມ ແລະ ປິດທ້າຍຈາກ ບຣູໂນ້ ແຟນັນເດັຊ ນາທີ 90+6′ ຈົບເກມ ແມນຢູ ແຊງຊະນະ ຟູແລ່ມ 3-1 ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ.
ຂະນະທີ່ ແມນຊິຕີ້ ຖະຫລົ່ມ ເບີນລີ້ 6-0, ໄບຣຕັ້ນ ຖະຫລົ່ມ ກິມບີ້ ທາວ ທີມຈາກລີກທູ 5-0 ແລະ ເຊັຟຟິວ ຢູໄນເຕັດ ແຊງຊະນະ ແບັກເບີນ ໂຣເວີ 3-2.
ສ່ວນຜົນຈັບສະຫລາກຮອບ 4 ທີມສຸດທ້າຍ ແມນຊິຕີ້ ພົບກັບ ເຊັຟຟິວ ຢູໄນເຕັດ ແລະ ໄບຣຕັ້ນ ພົບກັບ ແມນຢູ ຈະແຂ່ງຂັນວັນທີ 22 ແລະ 23 ເມສາ 2023 ທີ່ສະໜາມເວັມບລີ້ ທັງສອງຄູ່.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Manchester united