ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າລີກ ລະດູການ 2022-23 ຮອບ 16 ທີມສຸດທ້າຍ ນັດທີສອງ ຄືນວັນທີ 16 ມີນາຜ່ານມາ, ອາຣເຊນໍລ ທີມນຳ ພຣີເມ່ຍລີກ ອັງກິດ ເປີດບ້ານດວນກັບ ສະປອດຕິ້ງ ລິສບ້ອນ ຈາກປັອກຕຸຍການ ນັດທີໜຶ່ງ ສະເໝີກັນ 2-2 ທີ່ບ້ານຂອງ ສະປອດຕິ້ງ, ນັດນີ້ ເດີກັນເນີ້ ອອກນຳກ່ອນຈາກ ການິດ ຊາກ້າ ນາທີ 19′ ຍິງຊໍ້າຈາກຈັງຫວະຍິງຂອງ ມາຕີເນວລີ້.
ເຄິ່ງຫລັງທີມຢາມໄດ້ປະຕູຕີສະເໝີຈາກການຍິງໄກຂອງ ເປໂດຣ ກອນກາວເວັສ ນາທີ 62′ ຈົບ 90′ ນາທີ ສະເໝີກັນ 1-1 ລວມຜົນສອງນັດສະເໝີກັນ 3-3 ມາສູ້ກັນຕໍ່ໄລຍະຕໍ່ເວລາພິເສດອີກ 30′ ນາທີ ກໍບໍ່ມີປະຕູເພີ່ມ ຕ້ອງມາດວນຈຸດໂທດຕັດສິນ ເຊິ່ງ 5 ຄົນຂອງ ສະປອດຕິ້ງ ທີ່ຍິງກ່ອນ ຍິງເຂົ້າໝົດ, ຂະນະທີ່ ອາຣເຊນໍລ 4 ຍິງບໍ່ເຂົ້າ 1 ຄົນ ເຮັດໃຫ້ ສະປອດຕິ້ງ ຊະນະດວນຈຸດໂທດ ເດີກັນເນີ້ 5-3 ອາຣເຊນໍລ ຕົກຮອບ 16 ທີມສຸດທ້າຍຢ່າງໜ້າເສຍດາຍ.
ສ່ວນ ແມນເຊັສເຕີ ຢູໄນເຕັດ ບຸກໄປຊະນະ ຣຽວ ເບຕິສ 1-0 ຈາກປະຕູໂທນຂອງ ມາຣຄັສ ຣາຊຟອດ ນາທີ 56′ ລວມຜົນສອງນັດ ແມນຢູ ຊະນະ 5-1, ຄູ່ອື່ນ: ເຟເນບາເຊ້ ຊະນະ ເຊບີຢ້າ 1-0 ລວມຜົນສອງນັດ ເຊບີຢ້າ ຊະນະ 2-1, ໄຟຣບວກ ເສຍໃຫ້ ຢູເວັນຕຸສ 0-2 ລວມຜົນສອງນັດ ຢູເວ່ ຊະນະ 3-0, ເຟເຢນູດ ຊະນະ ຊັກຕ້າ ໂດເນັດ 7-1 ລວມຜົນສອງນັດ ເຟເຢນູດ ຊະນະ 8-2, ຢູນ້ຽນ ເຊັນ ຈິວລອຍ ຊະນະ ຢູນ້ຽນ ເບລິນ 3-0 ລວມຜົນສອງນັດ ຢູນ້ຽນ ເຊັນ ຈິວລອຍ ຊະນະ 6-3, ເລເວີຄູເຊັນ ບຸກຊະນະ ເຟເຣນວາຣັອສ 2-0 ລວມຜົນສອງນັດເລເວີຄູເຊັນ ຊະນະ 4-0 ແລະ ຣຽວ ໂຊເຊຍແດັດ ສະເໝີກັບ ໂຣມ້າ 0-0 ລວມຜົນສອງນັດ ໂຣມ້າ ຊະນະ 2-0.
ຜົນການຈັບສະຫຼາກ ຮອບ 8 ທີມສຸດທ້າຍ, ແມນເຊັສເຕີ ຢູໄນເຕັດ ພົບກັບ ເຊບີຢ້າ ທີມຊະນະຄູ່ນີ້ ເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບຜູ້ຊະນະລະຫວ່າງ ຢູເວັນຕຸສ ພົບກັບ ສະປອດຕິ້ງ ລິສບ້ອນ, ເຟເຢນຣູດ ພົບກັບ ໂຣມ້າ ທີມຊະນະຄູ່ນີ້ ເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບຜູ້ຊະນະລະຫວ່າງ ເລເວີຄູເຊັນ ພົບກັບ ຢູນຽນ ແຊັງ ກິວລອຍເຊ່ . ນັດທີ 1 ຈະແຂ່ງຂັນໃນວັນທີ 13 ເມສາ ແລະ ນັດທີ 2 ວັນທີ 20 ເມສານີ້.
ຂະນະທີ່ ຜົນການຈັບສະຫຼາກ ບານເຕະ ຢູຟ້າ ຄອນເຟີເຣນລີກ ຮອບ 8 ທີມສຸດທ້າຍ, ເວັສແຮມ ຢູໄນເຕັດ ພົບກັບ ເກັງ ທີມຊະນະຄູ່ນີ້ ເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບຜູ້ຊະນະລະຫວ່າງ ອັນເດີເຣັສ ພົບກັບ ເອແຊສ ອັກມ້າ, ເລັກ ໂປສະນານ ພົບກັບ ຟິອໍເຣນຕິນ້າ ທີມຊະນະຄູ່ນີ້ ເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບຜູ້ຊະນະລະຫວ່າງ ບາເຊີ ພົບກັບ ນິຊ. ນັດທີ 1 ຈະແຂ່ງຂັນໃນວັນທີ 13 ເມສາ ແລະ ນັດທີ 2 ວັນທີ 20 ເມສານີ້.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: UEFA Europa League