ທ່ານ ຈານນີ້ ອິນຟານຕິໂນ້ ປະທານສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ໄດ້ຖືກເລືອກໃຫ້ເປັນປະທານຟີຟ້າ ອີກໜຶ່ງສະໄໝຈົນເຖິງປີ 2027 ໂດຍບໍ່ມີສຽງຄັດຄ້ານ ໃນກອງປະຊຸມໃຫຍ່ສະໄໝສາມັນຂອງຟີຟ້າຄັ້ງທີ 73 ຢູ່ນະຄອນຫລວງກີກາລີ ປະເທດຣາວັນດ້າ ໃນວັນທີ 16 ມີນາ 2023. ໂດຍ ອິນຟານຕິໂນ້ ຕ້ອງການພັດທະນາວົງການບານເຕະໂລກໃຫ້ຫລາກຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການແຂ່ງຂັນທີ່ຫລາຍຂຶ້ນ ເຊິ່ງກຳລັງພິຈາລະນາຈະຈັດໃຫ້ມີການແຂ່ງຂັນເຕະບານຍິງ ຊິງແຊ້ມສະໂມສອນໂລກ ເໝືອນເພດຊາຍ, ລວມທັງຈັດການແຂ່ງຂັນ FIFA World Series ໃນເດືອນມີນາທຸກໆ 2 ປີ, ສ່ວນ ເຕະບານຊາຍ ຊິງແຊ້ມສະໂມສອນໂລກ ກໍປ່ຽນຮູບແບບໃໝ່ ຈະຈັດທຸກໆ 4 ປີ ເພີ່ມທີມຈາກ 7 ເປັນ 32 ທີມ ເລີ່ມປີ 2025.
ພ້ອມກັນນີ້ ອິນຟານຕິໂນ້ ໄດ້ກ່າວວ່າ: ຂະນະນີ້ ຟີຟ້າ ກຳລັງພິຈາລະນາຈະເພີ່ມເງິນລາງວັນ ບານໂລກ ເພດຍິງ ໃຫ້ເທົ່າກັບເພດຊາຍ ໂດຍສະເພາະ ບານໂລກ ເພດຍິງ ປີ 2027 ເຖິງວ່າ ບານໂລກເພດຍິງ ມີລາຍໄດ້ຈາກຜູ້ໃຫ້ການສະໜັບສະໜູນ ແລະ ລິຂະສິດການຖ່າຍທອດສົດໜ້ອຍກວ່າ ບານໂລກ ເພດຊາຍ.
ຢ່າງໃດກໍຕາມ ສຳລັບແນວຄິດການພັດທະນາບານເຕະຂອງ ອິນຟານຕິໂນ້ ດ້ວຍການຈັດການແຂ່ງຂັນໃຫ້ຫລາກຫລາຍ ແລະ ມີຈຳນວນເພີ່ມຂຶ້ນ ເຖິງວ່າປະຊາມະຕິເຫັນດີເປັຮສ່ວນໃຫຍ່ ແຕ່ກໍມີສ່ວນໜຶ່ງທີ່ກັງວົນ ແລະ ບໍ່ເຫັນດີ ໂດຍສະເພາະ ຝ່າຍຈັດລີກ ລາລີກ້າ ແອັສປາຍ ແລະ ສະຫະພັນນັກເຕະບານອາຊີບນາໆຊາດ ຫລື ຟິບໂປ້ (FIFPRO) ເປັນຫ່ວງເລື່ອງສະຫວັດດີການຂອງນັກກິລາ ອາດເຮັດໃຫ້ນັກກິລາມີເວລາພັກຜ່ອນໜ້ອຍ ສ່ຽງຕໍ່ການບາດເຈັບ.
ສຳລັບ ຈານນີ້ ອິນຟານຕິໂນ້ ປະທານສະຫະພັນບານເຕະນາໆຊາດ ແທນທີ່ຂອງ ເຊັບ ແບັດເຕີ ມາແຕ່ປີ 2016 ຈຸດເດັ່ນຂອງ ອິນຟານຕິໂນ້ ຄືການແກ້ໄຂບັນຫາການສໍ້ລາດບັງຫລວງ ຕິດສິນບົນ ແລະ ຄວາມບໍ່ໂປ່ງໃສໃນວົງການບານເຕະ ລວມທັງການສະໜັບສະໜູນການພັດທະນາບານເຕະຢ່າງເຕັມທີ່ ແລະ ເພີ່ມການແຂ່ງຂັນໃຫ້ຫລາກຫລາຍ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd
Photo: Fifa