ຟີຟ້າ ກຳລັງພິຈາລະນາເພີ່ມເງິນລາງວັນ ບານໂລກ ເພດຍິງ ໃຫ້ເທົ່າກັບເພດຊາຍ!

ທ່ານ ຈານນີ້ ອິນຟານຕິໂນ້ ປະທານສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ໄດ້ກ່າວວ່າ: ຂະນະນີ້ ຟີຟ້າ ກຳລັງພິຈາລະນາຈະເພີ່ມເງິນລາງວັນ ບານໂລກ ເພດຍິງ ໃຫ້ເທົ່າກັບເພດຊາຍ ໂດຍສະເພາະ ບານໂລກ ເພດຍິງ ປີ 2027 ເຖິງວ່າ ບານໂລກເພດຍິງ ມີລາຍໄດ້ຈາກຜູ້ໃຫ້ການສະໜັບສະໜູນ ແລະ ລິຂະສິດການຖ່າຍທອດສົດໜ້ອຍກວ່າ ບານໂລກ ເພດຊາຍ.

ສຳລັບ ບານໂລກ ເພດຍິງ ໃນປີນີ້ ທີ່ປະເທດອົດສະຕຣາລີ ແລະ ນູແວນເຊລັງ ເປັນເຈົ້າພາບຮ່ວມກັນ ຟີຟ້າ ໄດ້ເພີ່ມເງິນລາງວັນຂຶ້ນຫລາຍເທົ່າ, ຈາກຄັ້ງຜ່ານມາພຽງ 25 ລ້ານປອນ ມາເປັນ 126 ລ້ານປອນ, ຂະນະທີ່ ບານໂລກ ເພດຊາຍ ຄັ້ງຫລ້າສຸດ 2022 ທີ່ກາຕ້າ ເງິນລາງວັນລວມທັງໝົດ 365 ລ້ານປອນ.

ບານໂລກ ເພດຍິງ 2023 ເປັນຄັ້ງທຳອິດທີ່ມີ 32 ທີມໃນຮອບສຸດທ້າຍ ຈາກຜ່ານມາມີສູງສຸດ 24 ທີມ, ບານໂລກ ເພດຍິງ ປີນີ້ ເປັນຄັ້ງປະຫວັດສາດທີ່ມີສອງປະເທດເປັນເຈົ້າພາບຮ່ວມກັນ ຈະແຂ່ງຂັນໃນລະຫວ່າງວັນທີ 20 ກໍລະກົດ – 20 ສິງຫາທີ່ຈະມາເຖິງນີ້.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌, https://www.facebook.com/evoltd

Photo: Fifa

Leave a Reply

Your email address will not be published. Required fields are marked *