ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ຢືນຢັນວ່າ: ການແຂ່ງຂັນເຕະບານຊິງແຊ້ມສະໂມສອນໂລກ ຮູບແບບໃໝ່ ຈະມີ 32 ທີມເຂົ້າຮ່ວມ ແລະ ຈະຈັດ 4 ປີ ມີເທື່ອໜຶ່ງ ເລີ່ມປີ 2025, ຮູບແບບໃໝ່ນີ້ ໄດ້ເຫັນດີເປັນເອກະສັນໃນກອງປະຊຸມໃຫຍ່ຂອງ ຟີຟ້າ ເມື່ອບໍ່ດົນມານີ້.
32 ທີມທີ່ເຂົ້າຮ່ວມແມ່ນເປັນຕົວແທນຈາກ 6 ຂົງເຂດຄື: ອາຊີ 4 ໂຄຕ້າ ຫລື 4 ທີມ ທີ່ເປັນແຊ້ມສະໂມສອນອາຊີ ໃນປີ 2021, 2022, ລະດູການ 2023-24 ແລະ ທີມທີ່ມີຄ່າສະເລ່ຍອັນດັບສະໂມສອນດີສຸດໃນ 4 ປີຫລັງສຸດຂອງທະວີບ, ຂະນະທີ່ ທະວີບອາຟຣິກາ ກໍໄດ້ 4 ໂຄຕ້າຄື: ທີມແຊ້ມສະໂມສອນຂອງທະວີບ ລະດູການ 2020-21, 2021-22, 2022-23 ແລະ ແຊ້ມລາຍການ Africa Super League ລະດູການ 2023-24, ສ່ວນຂົງເຂດຄອນຄາເຄັຟ ກໍໄດ້ 4 ໂຄຕ້າເໝືອນກັນຄື: ແຊ້ມສະໂມສອນຂອງທະວີບ ປີ 2021, 2022, 2023 ແລະ 2024.
ທາງດ້ານຂົງເຂດອາເມຣິກາໃຕ້ ແມ່ນໄດ້ 6 ໂຄຕ້າຄື: ແຊ້ມສະໂມສອນທະວີບ ປີ 2021, 2022, 2023, 2024 ແລະ ສອງທີມທີ່ມີຄ່າສະເລ່ຍອັນດັບສະໂມສອນດີສຸດໃນ 4 ປີຫລັງສຸດຂອງທະວີບ, ຂະນະທີ່ ຂົງເຂດໂອເຊອານີ້ ໄດ້ 1 ໂຄຕ້າຄື: ທີມທີ່ມີຜົນງານດີສຸດໃນການຊິງແຊ້ມສະໂມສອນຂອງທະວີບ 4 ປີຫລັງສຸດ, ສ່ວນທະວີບເອີຣົບ ໄດ້ຫລາຍກວ່າຂົງເຂດອື່ນລວມ 12 ໂຄຕ້າຄື: ທີມທີ່ເປັນແຊ້ມ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2020-21, 2021-22, 2022-23, 2023-24, ອີກ 8 ທີມແມ່ນທີມທີ່ຄ່າສະເລ່ຍອັນດັບສະໂມສອນດີສຸດໃນ 4 ປີຫລັງສຸດຂອງທະວີບ, ຖ້າທີມທີ່ເປັນແຊ້ມ ຢູຟ້າ ແຊ້ມປ້ຽນລີກ 2 ຫລື 3 ສະໄໝ ໃນ 4 ລະດູການທີ່ກຳນົດ ແມ່ນມອບໂຄຕ້າໃຫ້ແກ່ທີມທີ່ຄ່າສະເລ່ຍອັນດັບສະໂມສອນດີສຸດໃນ 4 ປີຫລັງສຸດຂອງທະວີບຕາມລຳດັບຕໍ່ໄປ ແລະ ເຈົ້າພາບຈັດການແຂ່ງຂັນໄດ້ໂຄຕ້າພິເສດ 1 ໂຄຕ້າ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Fifa