ຝ່າຍຈັດການແຂ່ງຂັນລົດສູດໜຶ່ງ ຟໍຣມູລ້າວັນ ຫລື F1 ຕົກລົງຂະຫຍາຍສັນຍາກັບລາຍການ ອັອສຕ້ຽນ ກຣັງປຣີ ຈົນເຖິງປີ 2027 ພາຍຫລັງສະໜາມ ເຣດບູລ ຣິ້ງ (Red Bull Ring) ສັງວຽນແຂ່ງຂັນລາຍການນີ້ ໄດ້ເຊັນສັນຍາໃໝ່ 4 ປີ ກັບເຈົ້າຂອງສະໜາມ.
ເອຟວັນ ລາຍການ ອັອສຕ້ຽນ ກຣັງປຣີ ເປັນສັງວຽນເກົ່າແກ່ ເປັນເຈົ້າພາບລາຍການນີ້ມາແຕ່ປີ 1963 ນັກຂັບທີ່ໄດ້ແຊ້ມລາຍການນີ້ສູງສຸດ 3 ສະໄໝ ມີ 3 ຄົນຄື: ແມັກ ເວີສະແຕັບເປິ້ນ ແລະ ສອງຕຳນານລຸ້ນອ້າຍ ໂຈ ຊິບເຟິດ ຊາວສະວິສ ແລະ ອາແລັງ ໂພສ ຊາວຝຣັ່ງ, ປີຜ່ານມາ ແຊ້ມລາຍການນີ້ແມ່ນ ຊາວ ເລັກເລີ ຊາວໂມນາໂຄ ຈາກທີມເຟີຣາຣີ້, ສ່ວນການແຂ່ງຂັນປີນີ້ ຖືກຈັດໃນປະຕິທິນເປັນສະໜາມທີ 10 ຂອງປີ ຈະແຂ່ງຂັນວັນທີ 31 ມິຖຸນາ ຫາວັນທີ 2 ກໍລະກົດ 2023.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: F1