ອີບຣາຮີໂມວີກ ຖືກເອີ້ນມາຮັບໃຊ້ ທີມຊາດສະວີເດັນ ອີກຄັ້ງ ໃນໄວ 41 ປີ

ຊະລາຕັນ ອີບຣາຮີໂມວີກ ສູນໜ້າທັບປີສາດແດງດຳ ເອຊີມິລານ ຖືກ ຢານ ແອນເດີສັນ ຄູຝຶກທີມຊາດບ້ານເກີດ ເອີ້ນມາຮັບໃຊ້ ທີມຊາດສະວີເດັນ ຫລື ຊູແອັດ ອີກຄັ້ງ ໃນໄວ 41 ປີ ເພື່ອມາຊ່ວຍທີມຄັດເລືອກໄປຊິງແຊ້ມເອີຣົບ ຢູໂຣ 2024 ສອງນັດທຳອິດຂອງກຸ່ມ F ໃນເດືອນມີນານີ້ ທີ່ຈະເປີດບ້ານພົບກັບ ທີມຊາດແບນຊິກ ວັນທີ 24 ມີນາ ແລະ ໄປຢາມ ທີມຊາດອາເຊີໄບຈັນ ວັນທີ 27 ມີນາ.

ຊະລາຕັນ ບໍ່ໄດ້ຊ່ວຍຕົ້ນສັງກັດພຽງ 3 ນັດ ໃນລະດູການນີ້ ເນື່ອງຈາກເຈັບຫົວເຂົ່າ, ເຄີຍອຳລາທີມຫລັງຈົບ ຢູໂຣ 2016 ແຕ່ກັບມາຊ່ວຍທີມອີກຄັ້ງໃນປີ 2021, ຊະລາຕັນ ອີບຣາຮີໂມວີກ ເປັນນັກເຕະທີ່ຍິງປະຕູໃຫ້ທີມຊາດຫລາຍສຸດ 62 ປະຕູ ຈາກ 121 ນັດ, ຮັບໃຊ້ທີມຊາດມາແຕ່ປີ 2001.

ສຳລັບ ຢູໂຣ 2024 ຮອບຄັດເລືອກ ກຸ່ມ F ນອກຈາກມີ ຊູແອັດ, ແບນຊິກ, ອາເຊີໄບຈັນ, ເອັສໂຕນີ້ ແລະ ໂອຕຣິດ, ແຂ່ງແບບພົບກັນໝົດໃນກຸ່ມ ແບບໄປກັບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງກຸ່ມ ເຂົ້າຮອບສຸດທ້າຍທີ່ເຢຍລະມັນ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Svensk Fotboll

Leave a Reply

Your email address will not be published. Required fields are marked *