ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U-20) ຊິງແຊ້ມອາຊີ 2023 ໃນລະຫວ່າງວັນທີ 1–18 ມີນານີ້ ທີ່ປະເທດອຸສເບກິສຖານ ການແຂ່ງຂັນຮອບ ທີມສຸດທ້າຍ ວັນທີ 15 ມີນາຜ່ານມາ, ເຈົ້າພາບ ອຸສເບກິສຖານ ສູ້ກັບ ທັບໂສມຂາວ ສາທາລະນະລັດເກົາຫລີ ຮອງແຊ້ມຄັ້ງຜ່ານມາ ແບບສຸດລະທຶກໃຈ ໃນເວລາ 90′ ນາທີ ບໍ່ມີປະຕູເກີດຂຶ້ນ ຕໍ່ເວລາພິເສດອີກ 30′ ນາທີ ກໍຍັງບໍ່ມີປະຕູ ຕ້ອງມາດວນຈຸດໂທດຕັດສິນ ແລະ ເປັນເຈົ້າພາບ ຍິງໄດ້ຄົມກວ່າ ຊະນະດວຈຸດໂທດ 3-1 ເຂົ້າຊິງຊະນະເລີດເປັນຄັ້ງທີສອງໃນຮອບ 15 ປີ ຕໍ່ຈາກປີ 2008 ໄປລຸ້ນແຊ້ມຄັ້ງທຳອິດ.
ໂດຍເຈົ້າພາບ ອຸສເບກິສຖານ ໄປຊິງກັບ ທີມຊາດອີຣັກ ແຊ້ມ 5 ສະໄໝ ທີ່ຊະນະທັບຊາມູໄຣ ທີມຊາດຍີ່ປຸ່ນ ດ້ວຍການດວນຈຸດໂທດເຊັ່ນກັນ 5-3 ເວລາປົກກະຕິສະເໝີກັນ 1-1 ຕໍ່ເວລາພິເສດສະເໝີກັນ 2-2. ຮອບຊິງຊະນະເລີດ ຈະແຂ່ງຂັນໃນວັນທີ 18 ມີນານີ້ ບໍ່ມີຊິງທີສາມ. ສຳລັບ 4 ທີມ ທີ່ເຂົ້າມາເຖິງຮອບຮອງຊະນະເລີດຄັ້ງນີ້ ໄດ້ເປັນຕົວແທນທະວີບອາຊີ ໄປແຂ່ງຂັນ U-20 ປີ ຊິງແຊ້ມໂລກ ທີ່ະເທດອິນໂດເນເຊຍ ໃນລະຫວ່າງວັນທີ 20 ພຶດສະພາ – 11 ມິຖຸນາປີນີ້.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: #AFCU20