ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ຮອບ 16 ທີມສຸດທ້າຍ ນັດທີສອງ ຄືນວັນທີ 15 ມີນາຜ່ານມາ, ນາໂປລີ ເປີດບ້ານຕ້ອນຮັບ ໄອແທັກ ແຟັງເຟີດ ນັດທີໜຶ່ງ ນາໂປລີ ບຸກຊະນະມາກ່ອນ 2-0 ນັດນີ້ ນາໂປລີ ຍັງຄອງເກມໄດ້ເໜືອກວ່າທີມຢາມ ແລະ ຍິງໄດ້ອີກສາມປະຕູຈາກ ວິກເຕີ ໂອຊິມເຮັນ ສອງປະຕູ ນາທີ 45+2′ ແລະ 53′, ອີກໜຶ່ງປະຕູໄດ້ຈາກ ປີໂອເຕີ ຊີລິນສະກີ້ ສັງຫານຈຸດໂທດ ນາທີ 64′ ຈົບເກມ ນາໂປລີ ຊະນະ 3-0 ລວມຜົນສອງນັດ ຊະນະ 5-0 ເຂົ້າຮອບ 8 ທີມສຸດທ້າຍເປັນຄັ້ງທຳອິດ ແລະ ຊະນະເປັນນັດທີ 7 ຈາກ 8 ນັດໃນ ແຊ້ມປ້ຽນລີກ ລະດູການນີ້.
+ ວິກເຕີ ໂອຊິມເຮັນ ສູນໜ້າທີມຊາດໄນຈີເຣຍ (ນິເຊຣີ້) ໄວ 24 ປີ ຟອມເດັ່ນໃນລະດູການນີ້ ຍິງປະຕູທີ 23 ຈາກ 28 ນັດ ລວມທຸກລາຍການ ແລະ ແອັສຊິສ 5 ປະຕູ.
+ ນາໂປລີ ກາຍເປັນທີມທີ 7 ຈາກອີຕາລີ ສາມາດເຂົ້າເຖິງຮອບ 8 ທີມສຸດທ້າຍລາຍການນີ້ ຕໍ່ຈາກ ເອຊີ ມິລານ, ອິນເຕີ, ຢູເວັນຕຸສ, ໂຣມ້າ, ລາຊີໂອ້ ແລະ ອັດຕາລັນຕ້າ.
ສຳລັບ 8 ທີມ ທີ່ເຂົ້າມາເຖິງຮອບ 8 ທີມສຸດທ້າຍ ແຊ້ມປ້ຽນລີກ ລະດູການນີ້ ປະກອບມີ 3 ທີມຈາກອີຕາລີຄື: ເອຊີ ມິລານ, ອິນເຕີ ມິລານ, ນາໂປລີ, 2 ທີມຈາກອັງກິດ: ແມນຊິຕີ້ ແລະ ເຊວຊີ ນອກຈາກນີ້ ກໍມີ ເສືອໃຕ້ ບາເຢິນ ມິວນິກ ຈາກເຢຍລະມັນ, ເບັນຟີກ້າ ຈາກປັອກຕຸຍການ ແລະ ຣຽວ ມາດຣິດ ແຊ້ມເກົ່າຈາກແອັສປາຍ ຈະຈັບສະຫລາກຮອບ 8 ທີມ ແລະ 4 ທີມ ໃນວັນທີ 17 ມີນານີ້.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: UCL