ຣຽວ ມາດຣິດ ຢໍ້າໄຊຊະນະເໜືອ ລີເວີພູລ 1-0 ເຂົ້າຮອບ 8 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ຮອບ 16 ທີມສຸດທ້າຍ ນັດທີສອງ ຄືນວັນທີ 15 ມີນາຜ່ານມາ, ຣາຊາຊຸດຂາວ ຣຽວ ມາດຣິດ ແຊ້ມເກົ່າ ເປີດບ້ານຕ້ອນຮັບ ຫົງແດງ ລີເວີພູລ ຮອງແຊ້ມ ນັດທີໜຶ່ງ ມາດຣິດ ບຸກຊະນະມາກ່ອນເຖິງ 5-2 ນັດນີ້ ເຈົ້າບ້ານ ສ້າງໂອກາດຍິງປະຕູໄດ້ຫລາຍກວ່າທີມຢາມ, ຂະນະທີ່ ລີເວີພູລ ການໃຫ້ບານເລັ່ງຟ້າວເກີນໄປ ຂາດແມ້ນຢໍາ ທ້າຍເກມເຈົ້າບ້ານມາໄດ້ປະຕູໂທນຈາກ ຄາຣິມ ເບັນເຊມ້າ ນາທີ 78′ ຈົບເກມ ມາດຣິດ ຊະນະ ລີເວີພູລ 1-0 ລວມຜົນສອງນັດ ແຊ້ມເກົ່າ ຊະນະ 6-2 ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ.

+ ເບັນເຊມ້າ ເປັນນັກເຕະທີ່ຍິງປະຕູ ລີເວີພູລ ຫລາຍກວ່າທີມອື່ນໆໃນລາຍການນີ້ ລວມ 7 ປະຕູ ແລະ ເປັນປະຕູທີ 13 ຈາກ 8 ນັດຫລັງສຸດ ໃນຮອບນັອກເອົ້າ ແຊ້ມປ້ຽນລີກ.

+ ມາດຣິດ ຍັງບໍ່ເສຍໃຫ້ ລີເວີພູລ ຈາກ 8 ນັດຫລັງສຸດທີ່ພົບກັນໃນລາຍການນີ້ ຊະນະ 7 ສະເໝີ 1.

+ ມາດຣິດ ເຂົ້າຮອບ 8 ທີມສຸດທ້າຍລາຍການນີ້ສູງສຸດ ເປັນຄັ້ງທີ 38.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: UCL

Leave a Reply

Your email address will not be published. Required fields are marked *