ບານໂລກ 2026 ຟີຟ້າ ເພີ່ມທີມໃນຮອບສຸດທ້າຍຈາກ 32 ເປັນ 48 ທີມຄັ້ງທຳອິດ ແບ່ງເປັນ 12 ກຸ່ມ, ກຸ່ມລະ 4 ທີມ

ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ໄດ້ອອກມາຢືນຢັນວ່າ: ການແຂ່ງຂັນເຕະບານຊາຍຊິງແຊ້ມໂລກ ຄັ້ງທີ 23 ຫລື ບານໂລກ ປີ 2026 ທີ່ສະຫະລັດ ອາເມຣິກາ, ການາດ້າ ແລະ ແມັກຊິກ ຮ່ວມກັນເປັນເຈົ້າພາບ ໂດຍໄດ້ເພີ່ມທີມໃນຮອບສຸດທ້າຍຈາກ 32 ເປັນ 48 ທີມຄັ້ງທຳອິດ, ຟີຟ້າ ໄດ້ປ່ຽນຮູບແບບການແຂ່ງຂັນຈາກຈະແບ່ງເປັນ 16 ກຸ່ມລະ 3 ທີມ ມາເປັນ 12 ກຸ່ມ, ກຸ່ມລະ 4 ທີມ.

ໝາຍວ່າໃນຮອບແບ່ງກຸ່ມ ທີມໜຶ່ງຕ້ອງແຂ່ງ 3 ນັດ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງກຸ່ມ ບວກກັບອັນດັບທີ 3 ດີສຸດ 8 ທີມຈາກ 12 ກຸ່ມ ເຂົ້າຮອບນັອກເອົ້າ 32 ທີມສຸດທ້າຍ.

ການເລືອກຮູບແບບໃໝ່ນີ້ ເພື່ອໃຫ້ທີມທີ່ເຂົ້າຮ່ວມຮອບສຸດທ້າຍໄດ້ລົງແຂ່ງເພີ່ມຂຶ້ນ ຫາກຕົກຮອບທຳອິດຈາກໄດ້ແຂ່ງ 2 ນັດ ເປັນ 3 ນັດ, ພ້ອມກັນນີ້ ກໍເພີ່ມນັດແຂ່ງຂັນຈາກຮູບແບບເກົ່າລວມທັງໝົດ 80 ນັດ ມາເປັນ 104 ນັດ. ສຳລັບທີມທີ່ເປັນແຊ້ມ, ຮອງແຊ້ມ, ອັນດັບ 3 ແລະ ອັນດັບ 4 ແມ່ນຈະໄດ້ເພີ່ມຂຶ້ນຈາກຜ່ານມາ 7 ນັດ ມາເປັນ 8 ນັດ.

ສຳລັບໂຄຕ້າ ບານໂລກ 2026 ຂອງແຕ່ລະຂົງເຂດແມ່ນໄດ້ເພີ່ມຂຶ້ນ: ທະວີບອາຊີ ຈາກໄດ້ 4 ທີມເຄິ່ງ ມາເປັນ 8 ທີມປາຍ, ອາຟຣິກາ ຈາກ 5 ທີມ ມາເປັນ 9 ທີມປາຍ, ຄອນຄາເຄັຟ ຈາກ 3 ທີມເຄິ່ງ ມາເປັນ 6 ທີມປາຍ, ອາເມຣິກາໃຕ້ ຈາກ 4 ທີມເຄິ່ງ ມາເປັນ 6 ທີມປາຍ, ໂອເຊອານີ້ ຈາກເຄິ່ງທີມ ມາເປັນ 1 ທີມປາຍ ແລະ ເອີຣົບ ຈາກ 13 ທີມມາເປັນ 16 ທີມ, ທະວີບເອີຣົບ ເປັນຂົງເຂດດຽວບໍ່ຕ້ອງແຂ່ງເພອັອຟເໝືອນຂົງເຂດອື່ນ, ສ່ວນອີກ 5 ຂົງເຂດທີ່ໄດ້ໂຄຕ້າປາຍ ໄດ້ມາແຂ່ງຂັນເພອັອຟກັນ ເພື່ອຄັດເອົາອີກ 2 ທີມເຂົ້າຮອບສຸດທ້າຍ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Fifa

 

Leave a Reply

Your email address will not be published. Required fields are marked *