ຢູເຄນ ຖອນຕົວ! ໂມຣັອກໂຄ ມາຮ່ວມກັບ ສະເປນ ແລະ ໂປຕູເກດ ຊິງສິດເປັນເຈົ້າພາບ ບານໂລກ 2030 ຮ່ວມກັນ

ຄວາມຄືບໜ້າການຊິງສິດເປັນເຈົ້າພາບ ບານໂລກ ຄັ້ງທີ 24 ຫລື ບານໂລກ ປີ 2030 ຫລ້າສຸດໃນກອງປະຊຸມໃຫຍ່ຂອງສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ຄັ້ງທີ 73 ປະເທດຢູເຄຣນ ຫລື ອູແກຣນ ທີ່ເຄີຍມາຮ່ວມກັບ ປະເທດສະເປນ (ແອັສປາຍ) ແລະ ໂປຕູເກດ (ປັອກຕຸຍການ) ໄດ້ຖອນຕົວ ເນື່ອງຈາກສະພາບຄວາມບໍ່ສະຫງົບພາຍໃນປະເທດ ທີ່ຂັດແຍ່ງກັບ ຣັດເຊຍ, ຈາກນັ້ນ ປະເທດໂມຣັອກໂຄ  ຫລື ມາຣົກ ຊາດຈາກທະວີບອາຟຣິກາ ທີ່ເຄີຍສະເໜີຊິງສິດເປັນເຈົ້າພາບຜູ້ດຽວ ຕັດສິນໃຈມາຮ່ວມກັບ ແອັສປາຍ ແລະ ປັອກຕຸຍການ ສອງຊາດຈາກເອີຣົບ ຮ່ວມຊິງສິດເປັນເຈົ້າພາບຮ່ວມກັນ, ກາຍເປັນຄັ້ງປະຫວັດສາດທີ່ມີຊາດຈາກເອີຣົບ ແລະ ອາຟຣິກາ ສະເໜີຊິງສິດເປັນເຈົ້າພາບ ບານໂລກ ຮອບສຸດທ້າຍຮ່ວມກັນ.

ສຳລັບ ມາຣົກ ບໍ່ເຄີຍເປັນເຈົ້າພາບ ບານໂລກ ຮອບສຸດທ້າຍມາກ່ອນ ເໝືອນກັບ ປັອກຕຸຍການ, ຂະນະທີ່ ແອັສປາຍ ເຄີຍເປັນເຈົ້າພາບມາແລ້ວ ໃນປີ 1982, ມາຣົກ ເຄີຍສະເໜີເປັນເຈົ້າພາບ ບານໂລກ ປີ 2010 ແຕ່ບໍ່ຜ່ານການຄັດເລືອກ ກາຍເປັນປະເທດອາຟຣິກາໃຕ້ ໄດ້ເປັນເຈົ້າພາບໃນຄັ້ງນັ້ນ.

ສ່ວນຜົນງານຂອງທີມຊາດມາຣົກໃນບານໂລກຮອບສຸດທ້າຍ ຄັ້ງຫລ້າສຸດ 2022 ທີ່ກາຕ້າ ສ້າງປະຫວັດສາດກາຍເປັນຊາດທຳອິດຈາກທະວີບອາຟຣິກາ ສາມາດເຂົ້າເຖິງຮອບ 4 ທີມສຸດທ້າຍ ກ່ອນໄປເສຍໃຫ້ ຝຣັ່ງ 0-2 ແລະ ຊິງທີ 3 ເສຍໃຫ້ ໂຄຣເອເຊຍ ຫລື ໂຄຣອາຊີ 1-2.

ຢ່າງໃດກໍຕາມ ຄູ່ແຂ່ງຍາດຊິງເປັນເຈົ້າພາບ ບານໂລກ 2030 ຂອງມາຣົກ, ແອັສປາຍ ແລະ ໂປຕູເກດ ຍັງມີຫລາຍຊາດເຊັ່ນ: ອູຣູໄກວ, ປາຣາໄກວ, ອາກຊັງຕິນ ແລະ ຊິເລ້ 4 ຊາດຈາກອາເມຣິກາໃຕ້ ທີ່ພ້ອມຊິງສິດເປັນເຈົ້າພາບຮ່ວມກັນ ລວມທັງ ເອຢິບ, ເກຣັກ, ຊາອຸດິອາຣາເບຍ ກໍຂໍຊິງສິດເປັນເຈົ້າພາບຮ່ວມກັນ. ການເລືອກເຈົ້າພາບຈະມີຂຶ້ນໃນປີ 2024 ໃນກອງປະຊຸມໃຫຍ່ຂອງຟີຟ້າ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Fifa world cup

Leave a Reply

Your email address will not be published. Required fields are marked *