ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ຮອບ 16 ທີມສຸດທ້າຍ ນັດທີສອງ ຄືນວັນທີ 14 ມີນາຜ່ານມາ, ເອຟຊີ ປໍຣໂຕ້ ເປີດບ້ານດວນກັບ ອິນເຕີ ມິລານ ນັດທີໜຶ່ງ ອິນເຕີ ຊະນະມາກ່ອນ 1-0 ນັດນີ້ ເຈົ້າບ້ານ ປໍຣໂຕ້ ຄອງເກມເດີນເກມບຸກໄດ້ຢ່າງຕື່ນເຕັ້ນ ສ້າງໂອກາດຍິງປະຕູຫລາຍກວ່າທີມຢາມເທົ່າໂຕ ແຕ່ຂາດຄວາມສຽບຄົມໃນການຍິງປະຕູ ແລະ ບໍ່ຜ່ານມືຂອງ ອັງເດຣ ໂອນານ້າ ຜູ້ຮັກສາປະຕູ ອິນເຕີ ທ້າຍເກມ ເປເປ້ ອາກິນໂນ້ ກອງຫລັງຂອງ ປໍຣໂຕ້ ໄດ້ບັດແດງ ຈົບເກມສະເໝີກັນ 0-0 ລວມຜົນສອງນັດ ອິນເຕີ ຊະນະ 1-0 ເຂົ້າຮອບ 8 ທີມສຸດທ້າຍ ໃນຮອບ 12 ປີ.
ສຳລັບຄືນນີ້ ຈະມີດານແຂ່ງຂັນ ຮອບ 16 ທີມສຸດທ້າຍ ນັດທີສອງອີກສອງຄູ່ສຸດທ້າຍ: ຣຽວ ມາດຣິດ ແຊ້ມເກົ່າ ພົບກັບ ລີເວີພູລ ຮອງແຊ້ມ ນັດທີໜຶ່ງ ມາດຣິດ ບຸກຊະນະມາກ່ອນ 5-2 ແລະ ນາໂປລີ ພົບກັບ ໄອແທັກ ແຟັງເຟີດ ນັດທີໜຶ່ງ ນາໂປລີ ບຸກຊະນະມາກ່ອນ 2-0 ຈະແຂ່ງພ້ອມກັນເວລາ 3 ໂມງ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: UCL