ຮາແລນ ຍິງ 5 ປະຕູ ຊ່ວຍ ແມນຊິຕີ້ ຖະຫລົ່ມ ໄລຊິກ 7-0 ເຂົ້າຮອບ 8 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ຮອບ 16 ທີມສຸດທ້າຍ ນັດທີສອງ ຄືນວັນທີ 14 ມີນາຜ່ານມາ, ແມນເຊັສເຕີ ຊິຕີ້ ເປີດບ້ານດວນກັບ ອາຣແບ ໄລຊິກ ນັດທີໜຶ່ງ ສະເໝີກັນ 1-1 ທີ່ບ້ານຂອງ ໄລຊິກ ນັດນີ້ ຊິຕີ້ ຟອມດຸ ຖະຫລົ່ມ ໄລຊິກ ເຖິງ 7-0 ໃນນີ້ ເອີລິ້ງ ຍິງຜູ້ດຽວ 5 ປະຕູ, ອີຄາຍ ກຸນໂດກັນ ແລະ ເຄວິນ ເດີບຣອຍ ຜູ້ລະປະຕູ ຊ່ວຍ ແມນຊິຕີ້ ເຂົ້າຮອບ 8 ທີມສຸດທ້າຍ ດ້ວຍຜົນລວມສອງນັດ 8-1, ຊິຕີ້ ເຂົ້າຮອບ 8 ທີມສຸດທ້າຍ ເປັນຄັ້ງທີ 7 ຈາກ 8 ລະດູການຫລັງສຸດ.

+ ຂະນະນີ້ ຊິຕີ້ ບໍ່ເສຍໃນບ້ານ 23 ນັດຫລັງສຸດໃນລາຍການນີ້ ຊະນະ 21 ສະເໝີ 2.

+ ສ່ວນຮາແລນ ສ້າງສະຖິຕິເປັນນັກເຕະອາຍຸນ້ອຍສຸດ ຍິງຫລັກ 30 ປະຕູໃນລາຍການນີ້ ດ້ວຍອາຍຸ 22 ປີ 236 ວັນ ທຳລາຍສະຖິຕິຂອງ ຄີລຽນ ເອັມບັບເປ້ ທີ່ສ້າງໄວ້ 22 ປີ 352 ວັນ ແລະ ເປັນນັກເຕະຄົນທີ 3 ຍິງ 5 ປະຕູຕໍ່ນັດໃນລາຍການນີ້ ຕໍ່ຈາກ ລີໂອເນວ ເມັສຊີ້ ປີ 2012 ແລະ ລຸຍ ອາເດຍໂນ້ ປີ 2014.

+ ນີ້ເປັນແຮັດທຣິກທີ 5 ຂອງ ຮາແລນ ໃນລະດູການນີ້ ລວມຍິງ 39 ປະຕູຈາກ 36 ລວມທຸກລາຍການ ເປັນດາວຍິງສູງສຸດໃນ 5 ລີກຊັ້ນນຳຂອງເອີຣົບລະດູການນີ້.

Photo: Man city

Leave a Reply

Your email address will not be published. Required fields are marked *