ອາເລັກເຊຍ ປູເຕເຢສ ທີມຊາດແອສປາຍ ຈາກບາຣເຊໂລນ້າ ຄວ້າລາງວັນນັກເຕະຍິງ ດີເດັ່ນຂອງຟີຟ້າ ປະຈຳປີ 2022

ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ປະກາດລາງວັນນັກເຕະຍິງ ດີເດັ່ນຂອງຟີຟ້າ ຫລື The Best FIFA Women’s Player ປະຈຳປີ 2022 ເມື່ອວັນທີ 27 ກຸມພາ 2023, ຜົນປະກົດວ່າ: ອາເລັກເຊຍ ປູເຕເຢສ ທີມຊາດແອສປາຍ ຈາກບາຣເຊໂລນ້າ ໄວ 29 ປີ ເປັນສະໄໝທີ 2 ຕິດຕໍ່ກັນ, ພ້ອມທັງເປັນເຈົ້າຂອງລາງວັນ ບັນລົງດໍຣ ເພດຍິງ 2 ປີຕິດຕໍ່ກັນ ແລະ ນັກເຕະດີເດັ່ນເພດຍິງ ຂອງເອີຣົບ 2 ປີຕິດຕໍ່ກັນ ໄດ້ 50 ຄະແນນ ເອົາຊະນະ ອາເລັກ ມໍແກນ ທີມຊາດສະຫະລັດ ອາເມຣິກາ ຈາກ ອໍແລນໂດ ໄຟຣ ປະຈຸບັນຍ້າຍມາຮ່ວມທັບ ຊານດິເອໂກ ເວັຟ ແລະ ເບັດ ມີດ ກອງໜ້າທີມຊາດອັງກິດ ຈາກອາຣເຊນໍລ ທີ່ໄດ້ 37 ຄະແນນເທົ່າກັນ.

ສ່ວນລາງວັນຜູ້ຮັກສາປະຕູດີເດັ່ນ ເພດຍິງ ຫລື The Best FIFA Women’s Goalkeeper ແມ່ນ ມາຣີ ເອຣີຟ ທີມຊາດອັງກິດ ຈາກ ແມນເຊັສເຕີ ຢູໄນເຕັດ ໄວ 29 ປີ ທີ່ຊ່ວຍທີມຊາດອັງກິດ ສ້າງປະຫວັດສາດ ຄວ້າແຊ້ມບານເຕະຍິງຊິງແຊ້ມເອີຣົບ 2022 ໄດ້26 ຄະແນນ ເອົາຊະນະ  ຄຣີສຕຽນ ເອັນເດີ ທີມຊາດຊີເລ ຈາກ ໂອລິມປິກ ລີຢົງ ໄດ້ 22 ຄະແນນ ແລະ ແອນຄາທຣິນ ເບີເກີ ທີມຊາດເຢຍລະມັນ ຈາກເຊວຊີ ໄດ້ 10 ຄະແນນ.

ຂະນະທີ່ ລາງວັນຄູຝຶກທີມຍິງດີເດັ່ນ ແມ່ນ ຊາຣີນ້າ ວິກມັນ ຄູຝຶກທີມຊາດຍິງອັງກິດ ຊາວໂຮນລັງ ອາຍຸ 53 ປີ ທີ່ພາທີມຊາດຍິງອັງກິດ ສ້າງປະຫວັດສາດ ຄວ້າແຊ້ມບານເຕະຍິງຊິງແຊ້ມເອີຣົບ 2022 ໄດ້ 28 ປະຕູ ເອົາຊະນະ ໂຊເນ່ຍ ບອມປາສຕໍ ຄູຝຶກໂອລິມປິກ ລີຢົງ ຊາວຝຣັ່ງ ໄດ້ 18 ຄະແນນ ແລະ ເປຍ ຊຸນດາເກ້ ຄູຝຶກທີມຊາດເບຣຊິລ ຊາວຊູແອັດ ໄດ້ 10 ຄະແນນ. ຊາຣີນ້າ ວິກມັນ ຄວ້າລາງວັນນີ້ ເປັນຄັ້ງທີ 3 ຕໍ່ຈາກປີ 2017, 2020 ແລະ ເປັນເຈົ້າຂອງລາງວັນຄູຝຶກທີມດີເດັ່ນຂອງເອີຣົບ 2021-2022.

Photo: FIFA Women’s World Cup

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Leave a Reply

Your email address will not be published. Required fields are marked *